ສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
ລາຍການ​ພົບ​ປະ​ແລກປ່ຽນ​ດົນຕີ​ພິ​ເສດ​ “​ເຊື່ອ​ໝັ້ນ​ພັກ​ຕະຫຼອດ​ໄປ”
(ພາບ: baomoi.com)

(vovworld) - ວັນ​ທີ 3/2, ​ໂດຍ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (3/2/1930 – 3/2/2013). ໜັງສືພິມ​ຫວຽດນາມ ສະບັບ​ຕ່າງໆ​ ​ໄດ້​ລົງ​ພິມບົດ​ນຳ​ເນັ້ນ​ໜັກ​ບົດບາດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຜູ້ນຳ​ພາ ​ແລະ ຈັດ​ຕັ້ງ​ທຸກໆ​ໄຊຊະນະ​ຂອງ​ການ​ປະຕິວັດ ຫວຽດນາມ, ນຳ​ປະຊາຊົນ ຫວຽດນາມ ກ້າວ​ຂຶ້ນ​ສັງຄົມ​ນິຍົມຢ່າງ​ໝັ້ນຄົງ, ສ້າງສາ​ປະ​ເທດ​ ຫວຽດນາມ ​ໃຫ້ນັບ​ມື້​ນັບພັດທະ​ນະ​ນາ, ​ເຊື່ອມ​ໂຍງ, ສັງຄົມ​ມີ​ຄວາມ​ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສິວິ​ໄລ.

        ໜັງສືພິມ ​ເຍີນ​ເຢີ​ນ ​ແປ​ວ່າ​ ປະຊາຊົນ, ສຽງ​ຂອງ​ສູນ​ກາງຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ບົດ​ນຳ “ຍົກ​ສູງ​ຄວາມ​ສາມາດນຳພາ ​ແລະ ກຳລັງ​ຕໍ່ສູ້, ກໍ່ສ້າງ​ພັກ ປອດ​​​​ໃສ, ​ໝັ້ນຄົງເຂັ້ມ​ແຂງຢ່າງ​ແທ້​ຈິງ”. ບົດ​ນຳ​ຢືນຢັນ​ວ່າ: ປີ 2013, ພ້ອມ​ກັບ​ການ​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ມານະ​ພະຍາຍາມ​ສູ້​ຊົນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂ​ອງ ພັກ ​ແລະ​ ບັນດາ​ຄາດໝາຍ, ໜ້າ​ທີ່​ເສ​ດຖະກິດ - ສັງຄົມ​ໃນ​ປີ​ບານພັບ​ຂອງ​ແຜນການ 5 ປີ (2010 - 2015) ຢ່າງ​ມີ​ໄຊ, ບັນດາ​ອົງການ​ພັກ​ໃນ​ທົ່ວ​ປະ​ເທດ​ສືບ​ຕໍ່​ປະຕິບັດ​ມະຕິ​ສູນກາງ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ຕິດ​ພັນ​ກັບ​ການ​ຍູ້​ແຮງ​ການ​ຮຳ​່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະ​ທານ​ໂຮ່ຈີ​ມິນ. ພ້ອມ​ກັບ​ການ​ນຳເອົາ​ການ​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ເປັນວຽກງານ​ປະຈຳ, ຄວນ​ປະຕິບັດຢ່າງ​ເດັດ​ດຽວ, ຄົບ​ຊຸດ​ບັນດາ​ໝວດ​ມາ​ດຕະການ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​​ຕໍ່ສູ້ຂອງ​ພັກ, ກໍ່ສ້າງ​ພັກ​ໃຫ້ປອດ​​ໃສ, ​ໝັ້ນຄົງເຂັ້ມ​ແຂງຢ່າງ​ແທ້​ຈິງ.



ສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 2
ລາຍ​ການ​ຖ່າຍ​ທອດ​ສົດ “ບົດ​ເພງ​ໄຊ​ລະດູບານ​ໃໝ່”
(ພາບ: Duy Khương/ສຳນັກຂ່າວສານ ຫວຽດນາມ)

ດ້ວຍ​ຫົວ​ຂໍ້​ວ່າ “ກໍ່ສ້າງ​ພັກ​ໝັ້ນຄົງ​ເຂັ້ມ​ແຂງ ​ເທົ່າ​​ໃຫ້​ທຽບກັບ​ໜ້າ​ທີ່”, ບົດ​ນຳ​ຂອງ​ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ ​ແປ​ວ່າ ກອງທັບ​ປະຊາຊົນ, ຢືນຢັນວ່າ: ​ເລື່ອງ​ກໍ່ສ້າງ​ພັກ​ກອມ​ມູນິດ ຫວຽດນາມ ​ໃຫ້ປອດ​​​ໃສ, ໝັ້ນຄົງ​ເຂັ້ມ​ແຂງ ​ແມ່ນ​ໜ້າ​ທີ່​ຫຼັກ​ແຫຼ່ງ, ມີ​ຄວາມ​ໝາຍ​ເປັນຕາ​ຍຕໍ່​ພັກ ​ແລະ​ ປະ​ເທດ​ຊາດ. ພັກ​ປອດ​ໃສ, ໝັ້ນຄົງ ​ເຂັ້ມ​ແຂງ​ແມ່ນ​ເງື່ອນ​ໄຂ​ທຳ​ອິດ ​ເພື່ອ​ໃຫ້​ປະຊາ​ຊົນ​ມີ​ຊີວິດ​ທີ່​ອິມໜຳ​ສຳລານ, ມີ​ຄວາມ​ຜາ​ສຸກ.

ກໍ່​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (3/2/1930 – 3/2/2013), ຕອນ​ຄຳ່​ວັນ​ທີ 3/2, ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິລະ​ປະ​ພິ​ເສດ​ທີ່​ມີ​ຫົວ​ຂໍ້​ວ່າ “​ເຊື່ອ​ໝັ້ນ​ພັກ​ຕະຫຼອດ​ໄປ”.

ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໄດ້​ດຳ​ເນີນລາຍ​ການ​ໂທລະພາບ​ຖ່າຍ​ທອດ​ສົດ “ບົດ​ເພງ​ໄຊ​ລະດູບານ​ໃໝ່”. ລາຍ​ການ​​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​​ເຫັນ​ໄດ້​​ຈຸ​ດ​ເວລາ​ອົງອາດ​ກະ​ຫານ​ໃນ​ການ​ຕໍ່ສູ້​ເປັນ​ທຳ​​ເພື່ອຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​. ​ໃນ​ນັ້ນ, ມີການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ແລະ ລຸກ​ຮືຂຶ້ນ​ໃນ​ລະດູບານ​ໃໝ່ 1968 ກ່ອນ​ນີ້ 45 ປີ. ພັນ​ເອກ, ວິລະ​ຊົນ​ກຳລັງ​ປະກອບອາວຸດ ກາວ​ເຈົາ, ຜູ້​ເຂົ້າ​ຮ່ວມ​ບັ້ນ​ຮົບ​ລະດູບານ​ໃໝ່ 1968 ​ເວົ້າ​ວ່າ​:

“ຂ້າພະ​ເຈົ້າ​ມີ​ກຽດທີ່​ໄດ້​ພ້ອມ​ກັບ​ປະຊາຊົນ​ພາກ​ໃຕ້​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ​ທົບ​ທວນຄືນ​ວິ​ວັດ, ການ​ຕໍ່ສູ້​ຂອງ​ປະຊາຊົນ​ເຮົາ​​ແມ່ນ​ອົງອາດ​ກ້າຫານ ​ແລະ ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເມື່ອ​ສົງຄາມ​ສິ້ນ​ສຸດລົງ, ມີ​ນັກຮົບຫຼາຍ​ຄົນ​ບໍ່​ໄດ້​ກັບ​​ເມືອຄອບຄົວ​ອີກ. ​ໃນ​ຊຸ​ມວັນ​ນີ້, ພວກ​ຂ້າພະ​ເຈົ້າ​ຍິ່ງຄິດ​ຮອດ​​ເພື່ອນ​ຮ່ວມ​ກົມ​ກອງ​ຂອງ​ພວກ​​ເຮົາ​ກ່ວາ. ​ພວກ​ເພື່ອນ​ໜຸ່ມ​ໃນ​ປະຈຸ​ບັນ​ມີ​ເງື່ອນ​ໄຂ​ຮຳ່ຮຽນ, ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເສີມ​ຂະຫຍາຍ​​ເພື່ອ​ສ້າງສາ​ປະ​ເທດ​​ໃຫ້ຊາດ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງກ່ວາ​ອີກ”

ຂ່າວ/ບົດ​ອື່ນ