ສະເຫຼີມສະຫຼອງ45ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ

ສະເຫຼີມສະຫຼອງ45ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ - ảnh 1
ທ່ານ ເຈືອງ​ມີງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ

(vovworld) - ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອິນ​ເດຍ (7/1/1972 – 7/1/2017) ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ. ໃນ​ຈົດໝາຍອວຍ​ພອນ​ຝາກ​ເຖິງ​ສະ​ມາ​ຄົມ​​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ເນື່ອງ​ໃນ​ໂອ​ກາດນີ້. ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟ​ຸກ ໄດ້​ເນັ້ນ​ໜັກ​ວ່າ 45 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ເຂັ້ມ​ແຂງ​ໃນ​ທຸກ​ດ້ານ. ນີ້​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ເຊິ່ງລຸ້ນ​ຄົນ​ຕ່າງໆ​ຂອງ 2 ຊາດ ຫວຽດ​ນາມ - ອິນ​ເດຍ ຕ້ອງ​ເຄົາ​ລົບ, ຮັກ​ສາ ແລະ ເສີ​ມ​ຂະ​ຫຍາຍ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເຈືອງ​ມີງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ໄດ້​ຢັ້ງ​ຢືນ​ວ່າ:

        “ອິນ​ເດຍ​ແມ່ນ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ແລະ ອຸດ​ສາ​ຫະ​ກຳ​ສອບ​ແວ. ດັ່ງ​ນັ້ນ, ນີ້​ແມ່ນ​ຂົງ​ເຂດ​ທີ່​ພວກ​ເຮົາ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ. ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່​າວ​ສານ, ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ ທີ່ 2 ປະ​ເທດ​ຫາ​ກໍ່​ລົງ​ນາມເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ອິນ​ເດຍ ຢູ່ ຫວຽດ​ນາມ ຫວ່າງມໍ່ໆ​ມານີ້ ຈະ​ແມ່ນ​ພື້ນ​ຖານ​​ດ້ານ​ກົດໝາຍເພື່ອ​ໃຫ້ 2 ປະ​ເທດ​ຫັນ​ແງ່​ຫວັງ​ການ​ຮ່ວມ​ມື​ອັນ​ໃຫຍ່ຫຼວງ​ໃນ​ຂົ​ງ​ເຂດ​ເຕັກ​ໂນ​ໂລ​ຢີ​ເວົ້​າ​ລວມ ແລະ ເຕັກ​ໂນ​ໂລ​ຢີ​ຂໍ້​ມ​ູນ​ຂ່າວ​ສານ, ສອບ​ແວ​ເວົ້າ​ສະ​ເພາະ​ປະ​ກົດ​ຜົນ​ເປັນ​ຈິງ.”

        ສ່ວນ​ທ່ານ Parvathaneni Harish, ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ ອິນ​ເດຍ​ປະ​ຈຳ ຫວຽດ​ນາມ ຖື​ວ່າ ເລື່ອງ​ຍົກ​ການ​ພົວ​ພັນ 2 ປະ​ເທດ​ຈາກ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຂຶ້ນ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​, ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ຕາມ​ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ໄລ​ຍະ​ຈະ​ມາ​ເຖິງ, 2 ປະ​ເທ​ດ​ຕ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ຂົງ​ເຂດ​ທ່ອງ​ທ່ຽວ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ​​ໃຫ້​ດີກ່​ວາ​ອີກ.


ຂ່າວ/ບົດ​ອື່ນ