ສະເຫຼີມສະຫຼອງ58ປີແຫ່ງວັນສະຖາປະນາປະເທດມາເລເຊຍ

ສະເຫຼີມສະຫຼອງ58ປີແຫ່ງວັນສະຖາປະນາປະເທດມາເລເຊຍ - ảnh 1
ງານວາງສະແດງທີ່ພິທີສະເຫຼີມສະຫຼອງ
58 ປີແຫ່ງວັນສະຖາປະນາປະເທດມາເລເຊຍ
(ພາບ: TTXVN)


(vovworld) – ວັນ​ທີ 28/08, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ, ສະ​ມາ​ຄົມ​ມິດຕະພາບ​ຫວຽດນາມ - ມາ​ເລ​ເຊຍ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 58 ປີ​ແຫ່ງ​ວັນ​ສະຖາ​ປະນາປະ​ເທ​ດມາ​ເລ​ເຊຍ (31/08/1957 – 31/08/2015). ​ເມື່ອ​ທົບ​ທ້ວນຄື​ນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ, ທ່ານ​ນາງ ຫງວຽນ​ທິລຽນ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ ນະຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ: ນັບ​ແຕ່​​ໄລຍະ 40 ປີ​ແຫ່ງ​ການສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ​້ານລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​​ເຊຍ ສືບ​ຕໍ​່ໄດ້​ຮັບ​ການ​ປັບປຸງ, ພັດທະນາ​ຢ່າງ​ແຮງ​ໃນ​ຫຼາຍ​ຂົງ​ເຂດ. ທ່ານ Sofian Akmal Bin ADB.Karim, ຫົວ​ໜ້າ​ສະຖານກົງ​ສູນ​ມາ​ເລ​ເຊຍ ປະຈຳ​ນະຄອນ​ໂຮ່ຈິ​ມິນ ຢືນຢັນ​ວ່າ, ​ໃນ​ໄລຍະ​ກວ່າ 40 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ ພວມ​ໃນ​ທ່າ​ພັດທະນາ ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​​ເປີດ​ກວ້າງ​ໃນ​ຫຼາຍ​ຂົງ​ເຂດ​ຄື: ກາ​ນຄ້າ ​ແລະ ການ​ຮ່ວ​ມມື​ດ້ານ​ເສດຖະກິດ, ການ​ລົງທຶນ… ​ໃນ​ປີ​ເປັນ​ປະທານ​ອາ​ຊຽນ 2015, ມາ​ເລ​ເຊຍ ຈະ​ສົມທົບ​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຢ່າງ​ແໜ້ນ​​ແຟ້ນ ​ເພື່ອສ້າງ​ສຳ​ເລັດ​ຄາດໝາຍສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ 2015.

ຂ່າວ/ບົດ​ອື່ນ