( vovworld ) - ວັນທີ 29/6, ຢູ່ເທດສະບານເມືອງດຶກຮ່ວາ, ແຂວງລອງອານ, ໄດ້ຈັດພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດນັກປະຕິວັດ Chau Van Liem ( 29/6/1902 – 29/6/2012 ), ອະດີດເລຂາຄະນະພັກແຂວງ Gia Dinh – Cho Lon; ແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ກໍ່ຕັ້ງພັກກອມມູນິດຫວຽດນາມ. ກ່ອນພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ Truong Tan Sang ແລະ ຜູ້ແທນໄດ້ຖະຫວາຍທູບທຽນອາໄລຫາຕໍ່ຮູບທ່ານ Chau Van Liem ແລະ ເຂົ້າຮ່ວມພິທີລົງມືກໍ່ສ້າງກິດຈະກຳເຂດປູສະນີຍະສະຖານ 4 ແຍກ ດຶກຮ່ວາ, ໄລຍະ 2. ນີ້ແມ່ນກິດຈະກຳວັດທະນະທຳທີ່ເກັບຮັກສາບັນດາຄຸນຄ່າປະຫວັດສາດ ທີ່ສ່ອງແສງໃຫ້ເຫັນພາລະກິດແຫ່ງການຕໍ່ສູ້ປະຕິວັດຜ່ານໄລຍະຕ່າງໆຂອງເມືອງດຶກຮ່ວາເວົ້າສະເພາະ ແລະ ແຂວງລອງອານ ເວົ້າລວມ, ເຊິ່ງໄດ້ຕິດພັນກັບຊີວິດການເຄື່ອນໄຫວປະຕິວັດຂອງທ່ານ Chau Van Liem ອະດີດເລຂາຄະນະພັກແຂວງ Gia Dinh - Cho Lon.