ສະເຫຼີມສະຫຼອງວັນຊາດ ອາເມລິກາ ຄົບຮອບ 243 ປີຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ຕອນຄ່ຳວັນທີ 05 ມິຖຸນາ, ສະຖານກົງສູນໃຫຍ່ ອາເມລິກາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ອາເມລິກາ ຄົບຮອບ 243 ປີ. 

ກ່າວຄຳເຫັນທີ່ພິທີ, ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຖືວ່າ: ການພົວພັນ 2 ຝ່າຍລະຫວ່າງ ອາເມລິກາ ແລະ ຫວຽດນາມ ພວມຢູ່ໃນລະດັບສູງສຸດໃນປະຫວັດສາດ. ພ້ອມກັນນັ້ນ, ການພົວພັນລະຫວ່າງ 2 ປະເທດຍັງໄດ້ຮັດແໜ້ນໂດຍຜ່ານບັນດາການຢ້ຽມຢາມ ຫວຽດນາມ ຂອງກ່ຳປັ່ນເດີ່ນບິນ ອາເມລິກາ ໃນປີ 2018; ການຮ່ວມມືໃນການກຳຈັດທາດພິດສີສົ້ມ / ດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ; ການໜູນຊ່ວຍ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບສາກົນ…ການພົວພັນດ້ານເສດຖະກິດກໍ່ໄດ້ຮັບການເພີ່ມທະວີດ້ວຍເລື່ອງຊຸກຍູ້ການຄ້າ ແລະ ການລົງທຶນ; ການພົວພັນລະຫວ່າງປະຊາຊົນ 2 ປະເທດໄດ້ຮັບການເພີ່ມທະວີ…

ສະເຫຼີມສະຫຼອງວັນຊາດ ອາເມລິກາ ຄົບຮອບ 243 ປີຢູ່ນະຄອນ ໂຮ່ຈີມິນ - ảnh 1ທ່ານ ເຈິ່ນຫວີ໊ງຕ໊ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ (ພາບ: TTXVN)

        ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານ ເຈິ່ນຫວີ໊ງຕ໊ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ, ໃນນັ້ນ ມີການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ແລະ ອາເມລິກາ; ແນ່ນອນວ່າ ຈະສືບຕໍ່ພັດທະນາ, ສົມກັບຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ