ສະ​ເຫຼີມ​ສະຫຼອງວັນ​ຊ່ຽວ​ຊານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ປະ​ຈຳ ລາວ ຄົບ​ຮອບ 60 ປີ

(VOVWORLD) - ຕອນເຊົ້າວັນທີ 24 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ສົມທົບກັບສະຖານທູດ ຫວຽດນາມ ແລະ ອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ຈັດຕັ້ງພິທີໂຮມຊຸມນຸມມິດຕິງຂຶ້ນຢ່າງສົມກຽດ ເພື່ອສະເຫຼີມສະຫຼອງວັນຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳ ລາວ ຄົບຮອບ 60 ປີ. 
ສະ​ເຫຼີມ​ສະຫຼອງວັນ​ຊ່ຽວ​ຊານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ປະ​ຈຳ ລາວ ຄົບ​ຮອບ 60 ປີ - ảnh 1 ທ່ານພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ປະດັບຫຼຽນໄຊ ອິດສະຫຼະ ຊັ້ນ II ຂອງພັກ, ລັດ ລາວ ໃຫ້ແກ່ອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ (ພາບ:TTXVN)

 ເນື່ອງໃນໂອກາດນີ້, ພັກ ແລະ ລັດ ລາວ ໄດ້ມອບຫຼຽນໄຊ ອິດສະຫຼະຊັ້ນ II ໃຫ້ແກ່ອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ; ມອບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ທ່ານພົນຈັດຕະວາ ຮວ່າງກວາງເຮືຶ໊ອງ, ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ຍ້ອນມີການປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງເຂົ້າໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບສຸກຂອງສອງປະເທດ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

        ໃນຂອບເຂດງານໂຮມຊຸມນຸມມິດຕິງ ຍັງດຳເນີນພິທີມອບ - ຮັບປຶ້ມປະຫວັດສາດ ຊ່ຽວຊານ ຫວຽດນາມ ຢູ່ ລາວ ດ້ວຍພາສາ ຫວຽດ ລະຫວ່າງ ຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ; ຈັດຕັ້ງງານວາງສະແດງພາບຖ່າຍ ວັນຊ່ຽວຊານ ປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳ ລາວ ຄົບຮອບ 60 ປີ.  


ຕອບກັບ

ຂ່າວ/ບົດ​ອື່ນ