ສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ 2021

(VOVWORLD) - ວັນທີ 19 ເມສາ, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງຄັ້ງທີ 51 ວັນຝຣັ່ງໂກໂຟນີສາກົນ (20/03/1970 – 20/03/2021).
ສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ 2021 - ảnh 1ສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ 2021

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງ ບັນດາໝາກຜົນຂອງປະຊາຄົມຝຣັ່ງໂກໂຟນີ ທີ່ບັນລຸໄດ້ໃນບັນດາຂົງເຂດຮ່ວມມື ແລະ ປະກອບຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ທັງຄວາມໝັ້ນຄົງ ແລະ ການພັດທະນາ, ເຊິ່ງປະຈຸບັນແມ່ນໂລກລະບາດໂຄວິດ-19. ວັນຝຣັ່ງໂກໂຟນີສາກົນປີນີ້ ພິເສດແມ່ນໃຫ້ບຸລິມະສິດແກ່ແມ່ຍິງ, ເຊິ່ງເປັນເປົ້າໝາຍຖືກຜົນກະທົບຢ່າງແຮງທີ່ສຸດຈາກໂລກລະບາດໂຄວິດ-19. ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ເນັ້ນໜັກວ່າ:

        “ຂ້າພະເຈົ້າຕີລາຄາສູງຫົວຂໍ້ຂອງວັນຝຣັ່ງໂກໂຟນີສາກົນປີນີ້ “ແມ່ຍິງຝຣັ່ງໂກໂຟນີ - ແມ່ຍິງອົງອາດກ້າຫານ”. ນີ້ແມ່ນໂອກາດເພື່ອເຊີດຊູແມ່ຍິງທີ່ພິລະອາດຫານ, ບັນດາແພດໝໍຍິງຢູ່ແນວໜ້າຕ້ານໂລກລະບາດ, ບັນດາການນຳຍິງ ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງໃນການບໍລິຫານປະເທດຊາດ. ຂ້າພະເຈົ້າຫວັງວ່າ ປະຊາຄົມຝຣັ່ງໂກໂຟນີ ຈະສືບຕໍ່ຍົກອອກບັນດາຂໍ້ລິເລີ່ມໃໝ່ ເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ໃນການພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ