ສ​ະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ສູນ​ບ​ຳ​ລຸງ​ສ້າງ ຫວຽດ​ນາມ - ສິງ​ກະ​ໂປ ຄົບ​ຮອບ 20 ປ​ີ

(VOVWORLD) -ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມໃຫ້ຮູ້ວ່າ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສູນບຳລຸງສ້າງ ຫວຽດນາມ - ສິງກະໂປ ຄົບຮອບ 20 ປີ ແລະ ນັກຮຽນ ຫວຽດນາມຄົນທີ 20.000 ເຂົ້າຮ່ວມລາຍການຮ່ວມມື ສິງກະໂປ (SCP) ແມ່ນຫຼັກຖານພະຍານຢ່າງຈະແຈ້ງສຳລັບສາຍພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນ
ສ​ະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ສູນ​ບ​ຳ​ລຸງ​ສ້າງ ຫວຽດ​ນາມ - ສິງ​ກະ​ໂປ ຄົບ​ຮອບ 20 ປ​ີ - ảnh 1ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ແລະ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ (ພາບ: baoquocte.vn)

ສະຖານທູດ ສິງກະໂປ ປະຈຳ ຫວຽດນາມ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ ວັນເຊັນບົດບັນທຶກຊ່ວຍຈົດລະຫວ່າງ ກະຊ່ວງການຕ່າງປະເທດ ຫວຽດນາມ ແລະ ສິງກະໂປ ກ່ຽວກັບການສ້າງຕັ້ງສູນບຳລຸງສ້າງ ຫວຽດນາມ - ສິງກະໂປ (VSTC)  ຄົບຮອບ 28 ປີ,      ປະຈຸບັນແມ່ນ ສູນຮ່ວມມື ຫວຽດນາມ - ສິງກະໂປ (VSCC) (2001-2021).

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ໃຫ້ຮູ້ວ່າ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສູນບຳລຸງສ້າງ ຫວຽດນາມ - ສິງກະໂປ ຄົບຮອບ 20 ປີ ແລະ ນັກຮຽນ ຫວຽດນາມຄົນທີ 20.000 ເຂົ້າຮ່ວມລາຍການຮ່ວມມື ສິງກະໂປ (SCP) ແມ່ນຫຼັກຖານພະຍານຢ່າງຈະແຈ້ງສຳລັບສາຍພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ດົນນານລະຫວ່າງ ສິງກະໂປ ແລະ ຫວຽດນາມ. 2 ປະເທດລ້ວມແຕ່ມີຄວາມເອົາໃຈໃສ່ຕໍ່ການຮ່ວມມື, ພັດທະນາແຫຼ່ງຊັບພະຍາກອນມະນຸດຫຼາຍທີ່ສຸດ, ຖືນີ້ເປັນກຸມແຈໃຫ້ແກ່ການພັດທະນາແບບຍືນຍົງ, ຄວາມກ້າວໜ້າຂອງປະເທດຊາດ; ແລະ ຢືນຢັນວ່າ, ສິງກະໂປຈະສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການໜູນຊ່ວຍວິວັດການພັດທະນາຂອງ ຫວຽດນາມ.

ສ່ວນທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ ຫວັງວ່າໃນໄລຍະທີ່ຈະມາເຖິງ, ພະນັກງານ ຫວຽດນາມ ຈະສືບຕໍ່ມີໂອກາດໄດ້ຮຽນຮູ້, ຍົກສູງຄວາມສາມາດຂອງຕົນເອງ ດ້ວຍຈາກສູນດັ່ງກ່າວແນໃສ່ຮັບມືກັບບັນຫາຫຍຸ້ງຍາກ, ສັບສົນຕ່າງໆ ທີ່ກຳລັງເກີຶດຂຶ້ນໃນພາກພື້ນ ແລະ ໃນທົ່ວໂລກໃນທົດສະວັດທີ 2 ຂອງ ສະຕະວັດທີ 21, ຮັບໃຊ້ຄວາມຕ້ອງການຟື້ນຟູ ແລະ ພັດທະນາຂອງ ຫວຽດນາມ ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ