ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມມິດຕະພາບໄທບ້ານດຽວຫວຽດນາມ-ມາເກົາ

ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມມິດຕະພາບໄທບ້ານດຽວຫວຽດນາມ-ມາເກົາ - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 1/1, ຢູ່​ເຂດ​ບໍລິຫານ​ພິ​ເສດ​ມາ​ເກົາ (ຈີນ) ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 2 ປີ ​ແຫ່ງ​ວັນສ້າງ​ຕັ້ງ​ສະມາ​ຄົມມິດຕະພາບ​​ໄທບ້ານ​ດຽວຫວຽດນາມ - ມາ​ເກົາ. ​ໃນ​ປີຜ່ານມາ, ສະມາ​ຄົມມິດຕະພາບ​​ໄທບ້ານ​ດຽວຫວຽດນາມ - ມາ​ເກົາ ​ໄດ້​ພັດທະນາ​ຢ່າງ​ແຮງ, ດ້ວຍ​ສະມາຊິກ 1.587 ຄົນ. ສະມາຄົມ​ກໍ່​ມີການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ມາ​ເກົານຳ​ກັນ,ເຊັ່ນ: ຊ່ວຍ​ເຫຼືອ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສະໜັບສະ ໜູນ​ຂະ​ບວນການ​ປົກ​ປັກ​ຮັກສາ​ທະ​ເລ​ເກາະ​ເຈື່ອງ​ຊາ… ກ່ຽວ​ກັບ​ທິດ​ທາງ​ເຄື່ອນ​ໄຫວ​ໃນ​ປີ 2015, ສະມາຄົມ​ສູ້​ຊົນ​ຮັບ​ສະມາຊິກ​ຕື່ມ​ອີກ, ສືບ​ຕໍ່​ການ​ເຄື່ອນ​ໄຫວ​ສາມັກຄີ, ​ສ້າງ​ສະມາຄົມ​​ໃຫ້ເປັນ​ອົງການ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ​ຂອງ​ຊາວ​ຫວຽດນາມ ​​ອາ​ໄສ​ຢູ່​ມາ​ເກົາ.



ຂ່າວ/ບົດ​ອື່ນ