ສະເຫລີມສະຫລອງ 60 ປີແຫ່ງວັນທ່ານປະທານໂຮ່ຈີມິນ ຢ້ຽມຢາມປະເທດ ໄອແຊກໄບຢານ

(VOVWORLD) -ຕອນບ່າຍວັນທີ 24 ຕຸລາ ຢູ່ ນະຄອນຫລວງ Baku ປະເທດ ໄອແຊກໄບຢານ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ເປັນເຈົ້າພາບພິທີສະເຫລີມສະຫລອງ 60 ປີແຫ່ງວັນທ່ານປະທານໂຮ່ຈີມິນ ຢ້ຽມຢາມ ໄອແຊກໄບຢານ (23/7/1959- 23/7/2019). 

ສະເຫລີມສະຫລອງ 60 ປີແຫ່ງວັນທ່ານປະທານໂຮ່ຈີມິນ ຢ້ຽມຢາມປະເທດ ໄອແຊກໄບຢານ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ພ້ອມກັບບັນດາຜູ້ຊ່ຽວຊານ, ພະນັກງານ ໄອແຊກໄບຢານ ທີ່ເຄີຍເຮັດວຽກຢູ່ຫວຽດນາມ

ພາບ:TTXVN

ເຂົ້າຮ່ວມພິທີ ມີຄະນະຜູ້ແທນຫວຽດນາມ, ການນຳບັນດາກະຊວງການຕ່າງປະເທດ ແລະ ກະຊວງພະລັງງານ ໄອແຊກໄບຢານ, ບັນດາຜູ້ຊ່ຽວຊານດ້ານນ້ຳມັນອາຍແກສ ພ້ອມກັບເພື່ອນມິດ, ຜູ້ຊ່ຽວຊານ ໄອແຊກໄບຢານ ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ເປັນຈຳນວນຫລວງຫລາຍ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ທົບທວນຄືນການຢ້ຽມຢາມ Baku ຂອງທ່ານປະທານໂຮ່ຈີມິນ ກ່ອນນີ້ 60 ປີ ແລະ ຢືນຢັນວ່າ ນັບແຕ່ການຢ້ຽມຢາມຂອງທ່ານປະທານໂຮ່ຈີມິນ ຄັ້ງປະຫວັດສາດ ນັ້ນ, Baku ໄດ້ກາຍເປັນແບບຢ່າງ ເພື່ອໃຫ້ຫວຽດນາມ ພັດທະນາຂະແຫນງອຸດສາຫະກຳນ້ຳມັນອາຍແກສ ໃນວັນນີ້. ທ່ານນາງຮອງປະທານປະເທດ ຢືນຢັນ: ຫວຽດນາມ ຍາມໃດກໍ່ຈົດຈຳການປະກອບສ່ວນອັນໃຫຍ່ຫລວງ ຊື່ງ ປະຊາຊົນ ໄອແຊກໄບຢານ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດກ່ອນນີ້ກໍ່ຄືໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ