ສະເຫລີມສະຫລອງ 89 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2)

(VOVWORLD) -ກ່ອນນີ້ 89 ປີ, ຄືວັນທີ 3 ກຸມພາປີ 1930, ພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ 

 ເປັນຂີດໝາຍແຫ່ງບາດລ້ຽວອັນໃຫຍ່ຫລວງໃນປະຫວັດແຫ່ງການປະຕິວັດຫວຽດນາມ, ແມ່ນຂີດໝາຍອັນສະຫງ່າລາສີໃນເສັ້ນທາງແຫ່ງການພັດທະນາຂອງຊາດ. ໂດຍທ່ານປະທານໂຮ່ຈິມີນ ຜູ້ນຳທີ່ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງ ແລະ ຝຶກຝົນຫລໍ່ຫລອມ, ພັກກອມມູນິດຫວຽດນາມ ແມ່ນກຳລັງນຳຫນ້າ, ແມ່ນຜູ້ແທນຈົ່ງຮັກພັກດີເພື່ອຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ຂອງຊາດ.

ໃນ 89 ປີຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ຊີ້ນຳນຳພາປະເທດຊາດຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ຍາດໄດ້ບັນດາໄຊຊະນະອັນຍິ່ງໃຫຍ່, ບັນດາຜົນງານທີ່ມີຄວາມໝາຍປະຫວັດສາດ.

ເນື່ອງໃນໂອກາດນີ້ ຕອນຄ່ຳວັນທີ 2 ກຸມພາ ຄະນະຈັດຕັ້ງພິທີສະເຫລີມສະຫລອງ ບັນດາວັນບຸນໃຫຍ່ ນະຄອນ ໂຮ່ຈິມີນ ໄດ້ຈັດຕັ້ງລາຍການສະແດງສິລະປະສະເຫລີມສະຫລອງວັນສຳຄັນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ