ສະເຫລີມສະຫລອງ20ປີແຫ່ງວັນສ້າງໂຄງການບຳລຸງສ້າງປະລິຍາໂທຫວຽດນາມ-ແບນຊິກ

ສະເຫລີມສະຫລອງ20ປີແຫ່ງວັນສ້າງໂຄງການບຳລຸງສ້າງປະລິຍາໂທຫວຽດນາມ-ແບນຊິກ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ດືກ​ດາມ
ພາບ:baomoi.com
(vovworld)-​ ຕອນ​ບ່າຍ​ວັນ​ທີ 14/5, ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫລີ​ມ​ສະ​ຫລອງ 20 ປີ​ແຫ່​ງ​ວັນ​ສ້າງ​ໂຄງ​ການ​ບຳ​ລຸງ​ສ້າງ​ປະ​ລິ​ຍາ​ໂທ​ຫວຽດ​ນາມ-ແບ​ນ​ຊີກ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ດືກ​ດາມ ຕີ​ລາ​ຄາ​ສູງ​ຄຸນ​ນະ​ພາບ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ໂຄງ​ການ​ດັ່ງ​ກ່າວ. ມາ​ຮອດ​ປະ​ຈຸ​ບັນ ໂຄງ​ການ​ບຳ​ລຸງ​ສ້າງ​ປະ​ລິ​ຍາ​ໂທ ຫວຽດ​ນາມ -ແບ​ນ​ຊີກ ໄດ້​ບຳ​ລຸ​ງ​ສ້າງ​ໃຫ້ 2.200 ຄົນ​ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ທຸ​ລະ​ກິດ​ເທົ່າ​ນັ້ນ ຫາກ​ໃນ​ຫລາຍ​ຂົງ​ເຂດ​ອີກ​ດ້ວຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຢືນ​ຢັນ ນີ້​ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ສາຍ​ພົວ​ພັນ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແບ​ນ​ຊີກ​ໃນ​ຫລາຍ​ປີ​ຜ່ານ​ມາ ພ້ອມ​ທັງ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ມີ​ຫລາຍ​ຮູບ​ແບບ​ບຳ​ລຸງ​ສ້າງ​ຄ້າຍ​ຄື​ໂຄງ​ການ​ດັ່ງ​ກ່າວ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ຖັນ​ແຖວ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສູງ​ຢູ່​ຫວຽດ​ນາມ.
ຂ່າວ/ບົດ​ອື່ນ