ສະເຫລີມສະຫລອງ43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຈັດຂຶ້ນຢູ່ຈີເລແລະລັດເຊຍ

(VOVWORLD) -ພິທີສະເຫລີມສະຫລອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຈັດຂຶ້ນໃນວັນທີ 28 ເມສາ ຢູ່ ນະຄອນ Santiago ນະຄອນຫລວງ ຈີເລ 
ສະເຫລີມສະຫລອງ43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຈັດຂຶ້ນຢູ່ຈີເລແລະລັດເຊຍ - ảnh 1 ສະຖານທູດຫວຽດນາມຢູ່ຈີເລ ຈັດຕັ້ງພິທີສະເຫລີມສະຫລອງ43 ປີແຫ່ງວັນປົດປ່ອຍ     ພາກໃຕ້ຫວຽດນາມ  

ໂດຍມີການເຂົ້າຮ່ວມຂອງເພື່ອນມິດ ຈີເລ ແລະ ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຈີເລ ເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ ໄດ້ຍົກໃຫ້ເຫັນຄວາມໝາຍຂອງໄຊຊະນະລະດູບານໃຫມ່ປີ 1975, ນຳປະເທດຊາດຫວຽດນາມ ກ້າວເຂົ້າສູ່ສັງກາດເອກະລາດ, ເອກະພາບ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບັນດາຜົນງານການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຈີເລ ໃນໄລຍະຜ່ານມາ.

ໃນວັນດຽວກັນ, ຢູ່ ນະຄອນຫລວງ ມົດສະກູ, ສະມາຄົມນັກຮົບເກົ່າຫວຽດນາມ ຢູ່ ລັດເຊຍ ກໍ່ໄດ້ຈັດພິທີສະເຫລີມສະຫລອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ