ສະເຫລີມສະຫລອງ45ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ຊູແອດ

ສະເຫລີມສະຫລອງ45ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ຊູແອດ - ảnh 1
ການປະຊຸມຂ່າວສະເຫລີມສະຫລອງ 45 ປີແຫ່ງວັນສ້າງ
ສາຍພົວພັນທາງການທູດ ຫວຽດນາມ - ຊູແອດ
ພາບ:baocongthuong.com.vn

(vovworld)-  ວັນ​ທີ 20/2, ທີ່​ໂຮງ​ແຮມ Sheraton ນະຄອນຫລວງ Stockholm, ​ສະຖານ​ທູດ ຫວຽດນາມ ປະຈຳ ຊູ​​ແອດ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຊູ​ແອດ. ທີ່​ພິທີ, ຕາງຫນ້າ​ໃຫ້​ລັດຖະບານ ຊູ​ແອດ, ທ່ານ​ນາງ Ewa Bjorling, ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ຮ່ວມ​ມື ​ເອີ​ລົບ​ເຫນືອ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຜົນງານ​​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່ ຫວຽດນາມ ​ແລະ ຢືນຢັນ​ວ່າ:​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຊູ​ແອດ ພວມ​ພັດທະນາ​ອັນ​ດີງາມ. ທ່ານ​ນາງ​ປາດ​ຖະຫນາ​ຢາກ​​ໃຫ້ການ​ເຈລະຈາສັນ​ຍາ​ການ​ຄ້າ​ເສລີ ລະຫວ່າງ ສະຫະພາບ​ເອີ​ລົບ(ອີ​ຢູ) ​ແລະ ຫວຽດນາມ ​ຈະ​ສິ້ນ​ສຸດ​ຖືກ​ກັບ​ການ​ກຳນົດ​ເວລາ​ໃນ​ທ້າຍ​ປີ​ນີ້ ຊ່ວຍ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ ​ເວົ້າ​ລວມ, ກັບ ຊູ​ແອດ ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ