ສະເຫລີມສະຫລອງ65ປີແຫ່ງວັນມູນເຊື້ອຂະແຫນງກວດກາພັກ

ສະເຫລີມສະຫລອງ65ປີແຫ່ງວັນມູນເຊື້ອຂະແຫນງກວດກາພັກ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ່າວຄຳເຫັນທີ່ພິທີ
ພາບ:vov



(vovworld)- ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫລີ​ມສະຫລອງ 65 ປີ​ແຫ່ງ​ວັນ​ມູນ​ເຊື້ອຂອງ​ຂະ​ແຫນງ​ກວດກາ​ພັກ ຊື່​ງດ​ຳ​ເນີນ​ໄປ​ໃນ​ວັນ​ທີ 16/10 ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ຜົນງານ ​ແລະ ຄວາມ​ກ້າວຫນ້າ​ຂອງ​ຂະ​ແຫນງກວດກາ​ພັກ​ໃນ 65 ປີຜ່ານມາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ຫນັກ​ວ່າ:

        “​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນດາ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ແລະ ຜູ້ນຳ​ຫນ້າ ຕ້ອງ​ຊີ້​ນຳ​ນຳພາ​ເປັນ​ປະຈຳ ​ແລະ ປະຕິບັດ​ຫນ້າ​ທີ່​ກວດກາ, ຕິດຕາມ​ກວດກາ, ມີ​​ແຜນການ​ກວດກາ, ຕິດຕາມ​ກວດກາ​ປະ​ຈຳປີ. ສຸມ​ໃສ່​ກວດກາ, ຕິດຕາມ​ກວດກາ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ​ຂອງ​ພັກ.”

ຂ່າວ/ບົດ​ອື່ນ