ສະເຫລີມສະຫລອງ70ປີແຫ່ງວັນມູນເຊື້ອຂອງຕຳຫລວດປະຊາຊົນຫວຽດນາມຢູ່ຝລັ່ງ

ສະເຫລີມສະຫລອງ70ປີແຫ່ງວັນມູນເຊື້ອຂອງຕຳຫລວດປະຊາຊົນຫວຽດນາມຢູ່ຝລັ່ງ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມພິ​ທີ​ສະ​ເຫລີມ​ສະ​ຫລອງ

(vovworl)- ວັນ​ທີ 27/8, ສະ​ຖານ​ທູດ ຫວຽດ​ນາມ​ປະ​ຈຳ ຝ​ລັ່ງ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຕຳ​ຫລວດ​ປະ​ຊາ​ຊົນ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​, ທ່ານ ຫງວຽນ​ງອກ​ເຊີນ, ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ໃນ​ບໍ່​ວ່າ​ເງື່ອນ​ໄຂ, ສະ​ຖາ​ນະ​ການ​ຄື​ແນວ​ໃດ, ກຳ​ລັງ ຕຳ​ຫລວດ​ປະ​ຊາ​ຊົນ​ຫວຽດ​ນາມ ລ້ວນ​ແຕ່​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ກ້າ​ຫານ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເຊີດ​ຊູ​ນ້ຳ​ໃຈ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ, ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ເປັນ​ຈຸດ​ໝາຍ​ສູງ​ສຸດ​ເພື່ອ​ສູ້​ຊົນ. ໃນ​ຕະ​ຫລອດ 70 ປ​ີ​ຜ່ານ​ມາ, ກຳ​ລັງ​ຕຳ​ຫລວດ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ສະ​ຫນິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ, ຖື​​ ເປັນ​ສຳ​ຄັນ ແລະ ເສີມ​ຂະ​ຫຍາຍກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ຊາດ.”

 

 

ຂ່າວ/ບົດ​ອື່ນ