ສະເໜີຕົວສະພາດຳເນີນທຸລະກິດພາກພື້ນອາຊຽນ

ສະເໜີຕົວສະພາດຳເນີນທຸລະກິດພາກພື້ນອາຊຽນ - ảnh 1
ພິ​ທີ​ສະ​ເໜີ​ຕົວ
(ພາບ: Mạnh Thắng)

(vovworld) – ​ ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ພາກ​ພື້ນ ອາ​ຊຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ໃຫຍ່ 55 ແຫ່ງ​ຈະ​ໄດ້​ຮັບ​ການ​ສະ​ເໜີ​ຕົວ​ທີ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ພາກ​ພື້ນ ແມ່​ຂອງ. ທີ່​ການ​ປະ​ຊຸມ​ຂ່າວ ດຳ​ເນີນ​ໃນ​ວັນ​ທີ 25/10, ຢູ່​ຮ່າ​ໂນ້ຍ, ທ່ານ Justin Wood, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ, ໃຫ້​ຮູ້​ວ່າ: ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ພາກ​ພື້ນ ອາ​ຊຽນ ມີ​ໜ້າ​ທີ່​ຂອງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ພາກ​ພື້ນ ອາ​ຊຽນ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ​ໃນ​ບັນ​ດາ​ຂົງ​ເຂດ​ຮີບ​ດ່ວນ​ທີ່​ສຸດ​ເຊິ່ງ ອາ​ຊຽນ ພວມ​ຕ້ອງ​ປະ​ເຊີນ​ໜ້າ. ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ພາກ​ພື້ນ ອາ​ຊຽນ ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື: ກໍ່​ສ້າ​ງ​ພື້ນ​ຖາ​ນ​ໂຄງ​ລ່າງ, ຊຸກ​ຍູ້​ການ​ລົງ​ທຶນ, ການ​ຄ້າ​ໃນ​ກຸ່ມ ອາ​ຊຽນ, ກໍ່​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ຄົ້​ນ​ຄ້​ວາ​ກ່ຽວ​ກັບ​ສະ​ພາບ​ການ​ເຮັດ​ວຽກ ແລະ ຂະ​ແໜງ​ອາ​ຊີບ​ໃນ​ພາກ​ພື້ນ… ຄາດ​ວ່າ, ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ພາກ​ພື້ນ ອາ​ຊຽນ ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ໂຄງ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່ມ​ີ​ລັກ​ສະ​ນະ​ຍຸດ​ທະ​ສາດ.


ຂ່າວ/ບົດ​ອື່ນ