ສະ​ເໜີ​ຕົວ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ອາ​ຍຸ​ການ 2021 – 2026

(VOVWORLD) -ຕອນເຊົ້າວັນທີ 12 ກັນຍາ, ພິທີສະເໜີຕົວສະພາທິດສະດີສູນກາງ ອາຍຸການ 2021 – 2026 ແລະ ກອງປະຊຸມທຳອິດຂອງສະພາດັ່ງກ່າວ ຖືກດຳເນີນຢູ່ສຳນັກງານຫ້ອງການສູນກາງພັກ. ສະພາທິດສະດີສູນກາງພັກ ສັງກັດ ກົມການເມືອງຊຸດທີ XIII, ອາຍຸການ 2021 – 2026. 
ສະ​ເໜີ​ຕົວ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ອາ​ຍຸ​ການ 2021 – 2026 - ảnh 1ພິທີ ສະເໜີຕົວສະພາທິດສະດີສູນກາງ ອາຍຸການ 2021 – 2026 (ພາບ: TTXVN)

ສະມາຊິກສະພາ ອາຍຸການໃໝ່ລວມມີ 50 ທ່ານ, ໂດຍທ່ານ ຫງວຽນຊວັນຖັງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເປັນປະທານ. ໃນອາຍຸການນີ້, ສະພາທິດສະດີສູນກາງ ຈະສືບຕໍ່ຕິດຕາມຢ່າງໃກ້ຊິດຂໍ້ຕົກລົງຂອງກົມການເມືອງ ວ່າດ້ວຍພັນທະ, ໜ້າທີ່ຂອງສະພາ, ເນື້ອໃນຈິດໃຈຂອງເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເພື່ອມານພະຍາຍາມປະສິດສຳເລັດໜ້າທີ່ສຳຄັນຂອງຕົນໃຫ້ເປັນຢ່າງດີ.

ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາ ສູນກາງພັກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານທິດສະດີ ໃນພາລະກິດປະຕິວັດຂອງພັກກອມມູນິດ ຫວຽດນາມ ແລະ ສະເໜີໃຫ້ສະພາທິດສະດີສູນກາງພັກ ໃນໄລຍະຈະມາເຖິງ ຈົ່ງສຸມໃສ່ການຄົ້ນຄວ້າບັນດາບັນຫາທິດສະດີທີ່ເປັນພື້ນຖານ, ທີ່ເປັນຫຼັກແຫຼ່ງແກ່ນສານໃນແນວທາງຍຸດທະສາດຂອງພັກ, ຂອງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມທັງດຳເນີນການສະຫຼຸບບັນດາບັນຫາສຳຄັນໃໝ່, ບັນດາບັນຫາທີ່ຈຳເປັນ ແລະ ຮີບດ່ວນທີ່ວາງອອກແກ່ສະພາບການຕົວຈິງຂອງການພັດທະນາປະເທດຊາດໃນສະພາບການໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ