ສະເໜີຕົວສືເອເລກໂຕນິກດ້າຍດ່ວານເກັດ

ສະເໜີຕົວສືເອເລກໂຕນິກດ້າຍດ່ວານເກັດ  - ảnh 1
ສະເໜີຕົວສືເອເລກໂຕນິກດ້າຍດ່ວານເກັດ
(ພາບ: vietnamnet.vn)


​(vovworld) - ວັນ​ທີ 18/06, ຢູ່​ຮ່າ​ໂນ້ຍ, ໜັງສືພິມ ດ້າຍ​ດ່ວານ​ເກັດ (ກຸ່ມ​ກ້​ອນມະຫາ​ສາມັກ​ຄີ), ອົງການ​ສູນ​ກາງຂອງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ໄດ້​ສະ​ເໜີ​ຕົວສື​ເອ​ເລກ​​ໂຕ​ນິກ ດ້າຍ​ດ່ວານ​ເກັດ (www.daidoanket.vn). ດ້ວຍ 73 ປີ​ແຫ່ງການ​ສ້າງ​ຕັ້ງ​ໜັງສືພິມ ດ້າຍ​ດ່ວານ​ເກັດ ​​​​​ກ່ອນນີ້​ມີ​ຊື່ວ່າໜັງສືພິມ ກີວ​ກ໋ວກ (ກູ້​ຊາດ) ແມ່ນ​ໜຶ່ງ​ໃນ​ບັນດາ​ໜັງ​ສື​ພິມທຳ​ອິດທີ່​ໄດ້​ຮັບ​ການ​ສ້າງ​ຕັ​້ງຢູ່​ຫວຽດນາມ. ​ດ້ວຍການ​ເປີດ​ສະຫຼອງສື​ເອ​ເລັກ​​ໂຕ​ນິກ, ໜັງ​ສື​ພິມ ດ້າຍ​ດ່ວານ​ເກັດ ​ພັດທະນາ​ທ່ວງທັນ​ກັບທ່າ​ອ່ຽງ​ໃໝ່ຂອງ​ຍຸກ​ສະ​ໄໝ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ (​ໄອ​ທີ), ປະຕິ​ບັດ​ໜ້າ​ທີ່​ເປັນ​ອົງການ​ກະບອກ​ສຽງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເປັນ​ຢ່າງ​ດີ. ກ່າ​ວຄຳ​ເຫັນ​ທີ່​ພິທີ​ສະ​ເໜີ​ຕົວ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ.

      “ການ​ສະ​ເໜີ​ຕົວ​ຂອງສື​ເອ​ເລັກ​​ໂຕ​ນິກ ແມ່ນ​ໂອກາດ​ໃໝ່ເພື່ອ​ປະ​ຕິ​ບັດ​ບົດບາດໜ້າ​ທີ່​ເປັນອົງການ​ກະບອກ​ສຽງຂອງ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ພ້ອມ​ທັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ປະຊາຊົນ​ກັບ​ພັກ ​ແລະ ລັດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າສື​ເອ​ເລັກ​​ໂຕ​ນິກ ດ້າຍ​ດ່ວານ​ເກັດ  ຈະ​ປະກອບສ່ວນ​ນຳ​ສຽງ​ເວົ້າ, ການ​ຊີ​້ນຳ​ນຳພາ​ຂອງ​ພັກ ​ແລະ ລັດ ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນ​ໜ້າ​ຢ່າງ​ໄວ້​ກວ່າ, ມີ​ປະສິດທິ​ຜົນ​ກວ່າ; ສ່ອງ​ແສງ​ສຽງ​ເວົ້າ​ຂອງ​ປະຊາຊົນ, ຂໍ້​ລິ​ເລີ່​ມຂອງ​ປະຊາຊົນ​ທີ່​ມີ​ຕໍ່ພາລະກິດ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທ​ດຊາດ”.

ຂ່າວ/ບົດ​ອື່ນ