ສະເໜີມາດຕະການແລະນະໂຍບາຍຊຸກຍູ້ການພົວພັນ2ຝ່າຍຫວຽດນາມ-ອາເມລິກາ

ສະເໜີມາດຕະການແລະນະໂຍບາຍຊຸກຍູ້ການພົວພັນ2ຝ່າຍຫວຽດນາມ-ອາເມລິກາ - ảnh 1
(ພາບປະກອບ)

(vovworld) –  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະ​ລອງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເປັນ​ປົກກະຕິ (11/7/1995-11/7/2015), ວັນ​ທີ 26/6, ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ​: “ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ພາຍຫຼັງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົວພັນ​ເປັນ​ປົກກະຕິ: ສະພາບຕົວ​ຈິງ ​ແລະ ​ແງ່​ຫວັງ”, ​ໂດຍສະພາ​ມະຫາບັນ​ດີດວິທະຍາສາດ ​ແລະ ສັງຄົມ ຫວຽດນາມ ຈັດ​ຕັ້ງ. ກອງ​ປະຊຸມ​ສຳ​ມະ​ນາດັ່ງກ່າວ​ເປັນ​ຂີດ​ໝາຍ​​ດ້ານ​ການ​ເມືອງ​ທີ່​ມີ​ຄວາມ​ໝາຍສຳຄັນ​ພິ​ເສດ​ໃນ​ການ​ພົວພັນ 2 ຝ່າຍ ຫວຽດນາມ-​ອາ​ເມ​ລິ​ກາ, ພິຈາລະນາ, ຕີ​ລາຄາ​ຄືນ​ບັນດາ​ຜົນງານ​ໃນ​ຫຼາຍ​ຂົງ​ເຂດ​ພາຍຫຼັງ 20 ປີ. ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Ted Osius ຖື​ວ່າ: ​ເຫດການ​ດັ່ງກ່າວ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ​ພ້ອມ​ກັນ​ຫວນ​ຄືນ​ການ​ພົວພັນ 2 ຝ່າຍ​ທີ່​ມີ​ໃນ​ຊຸມ​ປີຜ່ານມາ. ທ່ານ Ted Osius ຕີ​ລາຄາ​ວ່າ: ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ພວມ​ເປີດ​ແງ່​ຫວັງ​ຫຼາຍ​ຢ່າງ​ໃຫ້ການ​ພັດທະນາ​ອັນ​ຍິ່ງ​ໃຫຍ່, ນັບ​ມື້​ນັບ​ມີ​ການ​ເຄື່ອນ​ໄຫວລວມ​ຫຼາຍ​ຢ່າງຂອງ 2 ປະ​ເທດທີ່​ມີ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ 2 ຝ່າຍ​ຄື: ​ເສດຖະກິດ, ການ​ສຶກສາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ…ທ່ານ Ted Osius ກໍ​ຫວັງ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ບັນດາ​ນັກ​ຊ່ຽວຊານ, ນັກ​ວາງ​ແຜນ​ນະ​ໂຍບາຍ ​ແບ່ງປັນ​ແນວ​ຄວາມ​ຄິດ​ພັດທະນາ​ການ​ພົວພັນ ລະຫວ່າງ 2 ປະ​ເທດ​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ