(vovworld) – ໃນລະຫວ່າງວັນທີ 17-18/9/2012, ຢູ່ຮ່າໂນ້ຍ, ຄະນະກຳມະການກວດກາສູນກາງພັກຊຸດທີ 11 ໄດ້ຈັດສະໄໝປະຊຸມຄັ້ງທີ 14 . ທີ່ສະໄໝປະຊຸມນີ້, ຄະນະກຳມະການກວດກາສູນກາງ ໄດ້ຮັບຟັງບົດລາຍງານໝາກຜົນແຫ່ງການກວດກາຢັ້ງຢືນ, ເຮັດແຈ້ງບາງບັນຫາໂດຍກົມການເມືອງມອບໝາຍໃຫ້ ໃນບັ້ນຕຳນິຕົນເອງ ແລະ ຕຳນິເພື່ອນສະຫາຍຂອງກົມການເມືອງ, ຄະນະເລຂາ ຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4 (ຊຸດທີ 11) ”ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”. ຄະນະກຳມະການກວດກາສູນກາງພັກ ໄດ້ຊີ້ນຳກ່ຽວກັບການເພີ່ມເຕີມ, ປັບປຸງບົດລາຍງານເພື່ອກະກຽມຍື່ນຕໍ່ກົມການເມືອງ.