ສາກົນໃຫ້ຄຳໝັ້ນສັນຍາໃຫ້ການຊ່ວຍເຫຼືອເງິນຈຳນວນ 1 ຕື້ເອີໂລ ຢ່າງຮີບດ່ວນໃຫ້ແກ່ ຢູແກຼນ

(VOVWORLD) -ຈຳນວນເງິນເຊິ່ງບັນດາປະເທດ ແລະ ອົງການຈັດຕັ້ງສາກົນໃຫ້ຄຳໝັ້ນຍາແມ່ນລືື່ນກາຍຫຼາຍເມື່ອທຽບໃສ່ຄຳສະເໜີເງິນຈຳນວນ 800 ລ້ານເອີໂລ ເຊິ່ງອຳນາດການປົກຄອງ Kiev ຍົກອອກມາໃນເບື້ອງຕົ້ນ.

        ທີ່ກອງປະຊຸມສາກົນສາມັກຄີກັບ ຢູແກຼນ, ວັນທີ 13 ທັນວາ, ຢູ່ ປາຣີ, ປະເທດ ຝລັ່ງ, ຜູ້ຕາງໜ້ານັບ 10 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍເງິນຈຳນວນກວ່າ 1 ຕື້ເອີໂລໃຫ້ແກ່ ຢູແກຼນ ໃນທັນທີ ເພື່ອຜ່ານຜ່າສິ່ງທ້າທາຍໃນລະດູໜາວ, ໃນສະຖານະການສູ້ຮົບພວມກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ເຄືອຂ່າຍພະລັງງານ ແລະ ພື້ນຖານໂຄງລ່າງພົນລະເຮືອນສຳຄັນຢູ່ ຢູແກຼນ. ກອງປະຊຸມໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເປັນປະທານ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກ 46 ປະເທດ ແລະ 24 ອົງການຈັດຕັ້ງສາກົນ.

        ຕາມທ່ານນາງລັດຖະມົນຕີການຕ່າງປະເທດ ຝລັ່ງ Catherine Colonna ແລ້ວ, ຈຳນວນເງິນເຊິ່ງບັນດາປະເທດ ແລະ ອົງການຈັດຕັ້ງສາກົນໃຫ້ຄຳໝັ້ນຍາແມ່ນລືື່ນກາຍຫຼາຍເມື່ອທຽບໃສ່ຄຳສະເໜີເງິນຈຳນວນ 800 ລ້ານເອີໂລ ເຊິ່ງອຳນາດການປົກຄອງ Kiev ຍົກອອກມາໃນເບື້ອງຕົ້ນ. ບ້ວງເງິນໜູນຊ່ວຍນີ້ຈະໃຊ້ເພື່ອຟື້ນຟູລະບົບພະລັງງານ, ຊ້ອມແປງເຄືອຂ່າຍສະໜອງນ້ຳ, ທັນຍາຫານ, ລະບົບສາທາລະນະສຸກ…

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ຖະແຫຼງການຊ່ວຍເຫຼືອລ້າເງິນຈຳນວນ 2,5 ລ້ານ USD; ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ຄາດວ່າ ປະເທດນີ້ກໍ່ຈະຊ່ວຍເຫຼືອບ້ວງເງິນມະນຸດສະທຳເພີ່ມເຕີ່ມດ້ວຍມູນຄ່າ 3 ລ້ານ USD ໃຫ້ແກ່ ຢູແກຼນ ເພື່ອຊ່ວຍປະຊາຊົນປະເທດນີ້ຮັບມືກັບລະດູໜາວທີ່ຮ້າຍກາດ.

ຕອບກັບ

ຂ່າວ/ບົດ​ອື່ນ