ສ້າງ ແລະ ພັດທະນາພື້ນຖານການຜະລິດອຸດສາຫະກຳສະຫຼາດໃນອະນາຄົດ

(VOVWORLD) -      ຕອນບ່າຍວັນທີ 5 ທັນວ່າ , ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມສຳມະນາ ແລະ ງາມວາງສະແດງສາກົນກ່ຽວກັບການພັດທະນາອຸດສາຫະກຳສະຫຼາດ ໄດ້ດຳເນີນກອງປະຊຸມສຳມະນາ 3 ຄັ້ງວ່າດ້ວຍຫົວຂໍ້ : “ ປ່ຽນແປງໃໝ່ບັນດາຂະແໜງຜະລິດດ້ວຍເຕັກໂນໂລຢີບຸກທະລຸ : ທ່າອຽງ ແລະ ວິທີການແກ້ໄຂ”; “ຊຸກຍູ້ການພັດທະນາການຄ້າ ແລະ ການບໍລິການໃນສັງກາດດີຈີຕອນ”; “ ຍຸດທະສາດກໍ່ສ້າງຕົວເມືອງສະຫຼາດ ”
ສ້າງ ແລະ ພັດທະນາພື້ນຖານການຜະລິດອຸດສາຫະກຳສະຫຼາດໃນອະນາຄົດ - ảnh 1 (ພາບປະກອບ)

ກ່າວຄຳເຫັນທີ່ ກອງປະຊຸມສຳມະນາດ້ວຍຫົວຂໍ້ : “ ປ່ຽນແປງໃໝ່ບັນດາຂະແໜງຜະລິດດ້ວຍເຕັກໂນໂລຢີບຸກທະລຸ : ທ່າອຽງ ແລະ ວິທີການແກ້ໄຂ”, ທ່ານຮອງຫົວໜ້າຜູ້ປະຈຳການຄະນະເສດຖະກິດສູນກາງ ກາວດຶກຟາດ ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດພວມຢູ່ໃນໄລຍະທຳອິດຂອງວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ການພັດທະນາອຸດສາຫະກຳສະຫຼາດດ້ວຍເຕັກໂນໂລຢີບຸກທະລຸ ແມ່ນຈຳເປັນເພື່ອສ້າງເງື່ອນໄຂຍົກສູງສະມັດຕະພາບການອອກແຮງງານ, ກຳລັງຄວາມສາມາດຜະລິດ ແລະ ຄວາມສາມາດແກ່ງແຍ່ງຂອງພື້ນຖານເສດຖະກິດ. 

ຕອບກັບ

ຂ່າວ/ບົດ​ອື່ນ