ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ,ສັງຄົມຂອງເຂດໄຕບັກ
ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສາງຕັ້ງ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນສອງ
(ພາບ: Thế Duyệt)
(vovworld) - ວັນທີ 8/11, ຢູ່ແຂວງ ອຽນບ໋າຍ, ຄະນະຊີ້ນຳເຂດໄຕບັກ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສາງຕັ້ງ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນສອງ. ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ຝາກຊໍ່ດອກໄມ້ອວຍພອນ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳເຂດ ໄຕບັກ ຫງວຽນຊວນຟຸກ ໃສ່ໃຈວ່າການພັດທະນາຂອງເຂດ ໄຕບັກ ບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດ. ເພື່ອມຸ່ງໄປເຖິງການສ້າງເຂດ ໄຕບັກ ພັດທະນາໄວ ແລະ ໝັ້ນຄົງ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຊີ້ນຳເຂດ ໄຕບັກ ຄວນສືບຕໍ່ຕິດຕາມບັນດາຄຳສັ່ງ, ມະຕິຂອງພັກ, ລັດຖະບານ, ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັດແຄບຊ່ອງຫວ່າງຄວາມຮັ່ງມື - ທຸກຍາກລະຫວ່າງເຂດ ໄຕບັກ ກັບບັນດາເຂດ, ພາກໃນທົ່ວປະເທດ. ຄະນະຊີ້ນຳເຂດໄຕບັກ ສົມທົບກັບບັນດາທ້ອງຖີ່ນຍູ້ແຮງໂຄງການກໍ່ສ້າງຊົນນະບົດໃໝ່, ແກ້ໄຂສະພາບການເຕີບໂຕຕາມລວງກ້ວາງ, ເຂດຄວາມໝັ້ນຄົງ, ລະດົມບັນດາແຫຼ່ງເງິນລົງທຶນພັດທະນາວັດທະນະທຳ - ສັງຄົມ. ກ່ອນອື່ນໝົດ, ບັນດາທ້ອງຖີ່ນຄວນສ້າງສຳເລັດໂຄງການຫັນໂຮງຮຽນ, ຫ້ອງຮຽນ ຖາວອນ, ຍົກສູງຄຸນນະພາບການສອນ ແລະ ຮຽນຢູ່ທຸກຂັ້ນ…