ສ້າງ​ຂັ້ນ​ຕອນການ​ປິ່ນ​ປົວ​ພະ​ຍາດ​ທາງ​ໄກ​ໃຫ້​ໄດ້​ມາດ​ຕະ​ຖານ

(VOVWORLD) -ຕ້ອງສ້າງຂັ້ນຕອນການປິ່ນປົວພະຍາດທາງໄກໃຫ້ໄດ້ມາດຕະຖານ, ສ້າງກອບນິຕິກຳ ແລະ ກົນໄກການເງິນໃຫ້ເໝາະສົມ, ພ້ອມທັງການຈ່າຍປະກັນສຸຂະພາບ ໃຫ້ແກ່ຄົນເຈັບ ຕ້ອງມີຄວາມຈະແຈ້ງ. 
ສ້າງ​ຂັ້ນ​ຕອນການ​ປິ່ນ​ປົວ​ພະ​ຍາດ​ທາງ​ໄກ​ໃຫ້​ໄດ້​ມາດ​ຕະ​ຖານ - ảnh 1 ພາບປະກອບ: TTXVN

ນັ້ນແມ່ນບັນດາຄຳຄິດເຫັນຂອງຜູ້ແທນ ກ່ຽວກັບການປະຕິບັດແຜນຮ່າງປິ່ນປົວພະຍາດທາງໄກ ຂອງບັນດາໂຮງໝໍຢູ່ກອງປະຊຸມຝຶກອົບຮົມວຽກງານຊີ້ນຳ ໃນປີ 2020 ຂອງ ກະຊວງສາທາລະນະສຸກ ຫວຽດນາມ ເຊິ່ງໄດ້ດຳເນີນໃນວັນທີ 22 ຕຸລາ ຢູ່ນະຄອນ ໂຮ່ຈີມິນ.

        ຜູ້ຕາງໜ້າຂອງບັນດາໂຮງໝໍໃຫ້ຮູ້ວ່າ, ແຜນຮ່າງປິ່ນປົວພະຍາດທາງໄກມີຄວາມຈຳເປັນທີ່ຕໍ່ປະຊາຊົນ, ຕໍ່ບັນດາໂຮງໝໍຂັ້ນລຸ່ມຫຼາຍທີ່ສຸດ. ເຖິງຢ່າງໃກໍ່ຕາມ, ການປະຕິບັດແຜນຮ່າງຈະປະສົບກັບຄວາມຫຍຸ້ງຍາກກ່ຽວກັບກອບນິຕິກຳ, ພື້ນຖານ ວັດຖຸອຸປະກອນ, ກໍ່ຄືບັນດາກົນໄກການເງິນໃຫ້ແກ່ບັນດານັກຊ່ຽວຊານເຂົ້າຮ່ວມການບົ່ງມະຕິພະຍາດ. ຄຽງຄູ່ກັນນັ້ນ, ລະບົບປະກັນສຸຂະພາບໃຫ້ແກ່ຄົນເຈັບທີ່ໄດ້ຮັບການບົ່ງມະຕິພະຍາດນັ້ນ ຕ້ອງຊຳລະຄືແນວໃດເພື່ອໃຫ້ເໝາະສົມ. ມີຫົວໜ່ວຍຫຼາຍແຫ່ງກໍ່ໄດ້ສະເໜີວ່າ ຕ້ອງເພີ່ມທະວີແຫຼ່ງລົງທຶນ, ອຸປະຖຳໃຫ້ແກ່ໂຮງໝໍທີ່ເປັນແກ່ນສານ, ໂຮງໝໍຂັ້ນຮາກຖານ.

ຕອບກັບ

ຂ່າວ/ບົດ​ອື່ນ