ສ້າງ​ຄອບ​ຄົວ​ໃຫ້​ມີຄວາ​ມ​​ຜາສຸກ, ​ສ້າງ​ພື້ນ​ຖານເພື່ອ​ສ້າງ​ສັງ​ຄົມ​ແຫ່ງ​ຄວາມ​ສຸກ​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ

(VOVWORLD) -ເພື່ອຍູ້ແຮງວຽກງານສ້າງຄອບຄົວໃນສະພາບການໃໝ່, ສ້າງຄອບຄົວທີ່ອີ່ມໜຳສຳລານສົມບູນພູນສຸກ, ມີຄວາມກ້າວໜ້າແລະສິວິໄລ.
ສ້າງ​ຄອບ​ຄົວ​ໃຫ້​ມີຄວາ​ມ​​ຜາສຸກ, ​ສ້າງ​ພື້ນ​ຖານເພື່ອ​ສ້າງ​ສັງ​ຄົມ​ແຫ່ງ​ຄວາມ​ສຸກ​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ - ảnh 1(ພາບ: TTXVN)

ວັນທີ 24 ມິຖຸນາ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາໄດ້ປະກາດໃຊ້ຄຳສັ່ງກ່ຽວກັບການເພີ່ມທະວີການນຳພາຂອງພັກຕໍ່ວຽກງານສ້າງຄອບຄົວໃນສະພາບການໃໝ່. ຄຳສັ່ງຂອງຄະນະເລຂາຢັ້ງຢືນວ່າຄອບຄົວແມ່ນຈຸລັງຂອງສັງຄົມ, ແມ່ນສະພາບແຫ່ງການອະນຸລັກຮັກສາ, ສຶກສາ, ຖ່າຍຖອດບັນດາຄຸນຄ່າວັດທະນະທຳຊາດໃຫ້ແກ່ບັນດາສະມາຊິກໃນຄອບຄົວ.

ເພື່ອຍູ້ແຮງວຽກງານສ້າງຄອບຄົວໃນສະພາບການໃໝ່, ສ້າງຄອບຄົວທີ່ອີ່ມໜຳສຳລານສົມບູນພູນສຸກ, ມີຄວາມກ້າວໜ້າແລະສິວິໄລ. ຄະນະເລຂາໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດແລະບັນດາໝູ່ຄະນະສືບຕໍ່ຄົ້ນຄວາ, ເຊື່ອມຊືມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຊອງລັດກ່ຽວກັບວຽກງານສ້າງຄອບຄົວ, ຮັບຮູ້ຢ່າງຖືກຕ້ອງຕາມບົດບາດ, ຄວາມສຳຄັນຂອງຄອບຄົວແລະວຽກງານກໍ່ສ້າງຄອບຄົວໃນສະພາບການໃໝ່. ສືບຕໍ່ປະຕິບັດສຳເລັດນະໂຍບາຍ, ກົດໝາຍກ່ຽວກັບຄອບຄົວຕາມທິດຖືການເຄື່ອນໄຫວຂອງຄອບຄົວເປັນຈຸດສຸມ, ຮັບປະກັນຄວາມສະໜິດຕິດພັນໃນສັງຄົມແລະບົດບາດຂອງຄອບຄົວ. ຍູ້ແຮງ, ປ່ຽນແປງໃໝ່ວຽກງານເຜີຍແຜ່, ໂຄສະນາ, ສຶກສານະໂຍບາຍ, ກົດໝາຍວ່າດ້ວຍການສົມລົດແລະຄອບຄົວ…

ຕອບກັບ

ຂ່າວ/ບົດ​ອື່ນ