(VOVWORLD) - ຂໍ້ຕົກລົງໄດ້ຊີ້ແຈ້ງວ່າ, ຄະນະເຈລະຈາມີສາມໜ້າທີ່ ລວມມີ: ເປັນປະທານ, ສົມທົບກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສ້າງແຜນການ, ວິທີການເຈລະຈາກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍ.
ວັນທີ 12 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຊັນປະກາດໃຊ້ຂໍ້ຕົກລົງກ່ຽວກັບເລື່ອງສ້າງຕັ້ງຄະນະເຈລະຈາລັດຖະບານກ່ຽວກັບບັນຫາການຄ້າກັບ ອາເມລິກາ, ລວມມີບັນດາສະມາຊິກ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເປັນຫົວໜ້າຄະນະ.
ຂໍ້ຕົກລົງໄດ້ຊີ້ແຈ້ງວ່າ, ຄະນະເຈລະຈາມີສາມໜ້າທີ່ ລວມມີ: ເປັນປະທານ, ສົມທົບກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສ້າງແຜນການ, ວິທີການເຈລະຈາກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍ, ບົນຈິດໃຈຮັບປະກັນຜົນປະໂຫຍດແຫ່ງຊາດ, ຊົນຊາດຢ່າງສຸດຂີດ ແບະ ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ.
ການດຳເນີນການເຈລະຈາກັບ ອາເມລິກາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງສອງຝ່າຍຢ່າງມີສະຖຽນລະພາບ, ຍືນຍົງ ແລະ ຕ່າງຝ່າຍຕ່າງຜົນປະໂຫຍດ. ລາຍງານເຖິງທ່ານນາຍົກລັດຖະມົນຕີ ກ່ຽວກັບວິວັດການ ແລະ ໝາກຜົນຂອງການເຈລະຈາ, ສະເໜີບັນດາມາດຕະການ, ນະໂຍບາຍທີ່ຈຳເປັນ ເພື່ອປະຕິບັດຂໍ້ຕົກລົງພາຍຫຼັງໄດ້ຮັບການເຊັນ. ຂໍ້ຕົກລົງນີ້ຈະມີຜົນສັກສິດນັບແຕ່ເວລາໄດ້ຮັບການເຊັນປະກາດໃຊ້.