ສ້າງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ຂຶ້ນກັບຄະນະກຳມະການແຫ່ງຊາດອາຊຽນ

(VOVWORLD) -ວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມຄັ້ງທີ 1 ປະກາດຂໍ້ຕົກລົງສ້າງຕັ້ງ ອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ 
        ສ້າງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ຂຶ້ນກັບຄະນະກຳມະການແຫ່ງຊາດອາຊຽນ - ảnh 1ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ບຸນວັນນາມ 

ວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ຂຶ້ນກັບຄະນະກຳມະການແຫ່ງຊາດອາຊຽນ ໄດ້ຈັດກອງປະຊຸມຄັ້ງທີ 1 ປະກາດຂໍ້ຕົກລົງສ້າງຕັ້ງ ອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ແລະ ກຳນົດທິດບັນດາວຽກງານຈຸດສຸມເພື່ອຮັບປະກັນ ການປ້ອງກັນຄວາມສະຫງົບ-ສາທາລະນະສຸກໃນປີອາຊຽນ.

      ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ບຸນວັນນາມ ເນັ້ນໜັກວ່າ  ປີອາຊຽນ 2020 ແມ່ນເຫດການການເມືອງ, ການຕ່າງປະເທດ, ເສດຖະກິດສຳຄັນພິເສດຂອງປະເທດຊາດ, ມີຄວາມໝາຍທາງດ້ານການເມືອງອັນໃຫຍ່ຫຼວງ, ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມໃນເວທີສາກົນ ແລະ ພາກພື້ນ. ດັ່ງນັ້ນ, ຄວາມຮຽກຮ້ອງເພື່ອຮັບປະກັນຄວາມສະຫງົບ ປອດໄພໃຫ້ແກ່ປີອາຊຽນ 2020 ຖືກວາງອອກ ແມ່ນສູງທີ່ສຸດ, ມີຄວາມໝາຍຕັດສິນຜົນສຳເລັດຂອງປີອາຊຽນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ