ສ້າງພາບພົດທີ່ດີ ເພື່ອຍູ້ແຮງການສົ່ງອອກ ໄປຕະຫຼາດໂຮນລັງ

ສ້າງພາບພົດທີ່ດີ ເພື່ອຍູ້ແຮງການສົ່ງອອກ ໄປຕະຫຼາດໂຮນລັງ - ảnh 1
ສັນຍາລັກຂອງປະເທດໂຮນລັງ
(ພາບ:ha lan.vn)

( vovworld ) –  ​ຕາມ​ກະຊວງ​ອຸດສາຫະກຳການ​ຄ້າ​ຫວຽດນາມ ​ແລ້ວ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ-​ໂຮ​ນລັງ ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ​ວົງ​ເງິນ​ການ​ຄ້າ​ຫຼາຍ​ພໍ​ສົມຄວນ ​ແລະ ​ເພີ່ມ​ຂຶ້ນຢ່າງ​ສະ​ເໝີ​ໃນ​ແຕ່ລະ​ປີ. ຖ້າ​ຫາ​ວ່າ​ໃນປີ 2009, ຍອດ​ວົງ​ເງິນ​ສົ່ງ​ອອກສິນຄ້າ​ຂອງ ຫວຽດນາມ ​ໄປຍັງ​ຕະຫຼາດ​ໂຮ​ນລັງ ​ບັນລຸ​ 1,33 ຕື້ USD ນັ້ນ, ພາຍຫຼັງ​ເວລາ 3 ປີ, ວົງ​ເງິນ​​ນີ້​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ 60% ​ເທົ່າ​ກັບ 2,15 ຕື້ USD. ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໂຮ​ນລັງ ບໍ່​ມີ​ນະ​ໂຍບາຍ​ຈຳກັດ ຊ້ຳບໍ່​ໜຳ ຍັງ​ສົ່ງ​ເສີມ​ການ​ນຳ​ເຂົ້າ, ສະນັ້ນ, ວິ​ສາ​ຫະກິດ ຫວຽດນາມ ຈະ​ມີ​ທ່າ​​ໄດ້​ປຽບ​​ໃນ​ການ​ສົ່ງ​ອອກ​ສິນຄ້າ​ຫຼາຍກ່ວາ ​ເມື່ອ​ທຽບ​ກັບ​ການ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ອື່ນໆ.

ຂ່າວ/ບົດ​ອື່ນ