ສ້າງເງື່ອນໄຂເພື່ອການເຄື່ອນໄຫວການຄ້າຕ່າງປະເທດພັດທະນາ

   

ສ້າງເງື່ອນໄຂເພື່ອການເຄື່ອນໄຫວການຄ້າຕ່າງປະເທດພັດທະນາ - ảnh 1
ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ຄຸ້ມ​ຄອງ​ການ​ຄ້າ​ ຕ່າງ​ປະ​ເທດ​ໃນ​ວາ​ລະ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​


(vovworld)- ໃນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ຄຸ້ມ​ຄອງ​ການ​ຄ້າ​ຕ່າງ​ປະ​ເທດ​ໃນ​ວາ​ລະ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ເມື່ອຕອນ​ເຊົ້າ​ວັນ​ທີ 14/9, ຢູ່​ຮ່າ​ໂນ້ຍ, ມີ​ສ.ສ.ຊ ຫຼາຍ​ທ່ານ​ໄດ້​ສະ​ເໜີ​ວ່າ ກົດ​ໝາຍ​ຄວນ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ສ້າງ​ເງື່ອນ​ໄຂ​ພັດ​ທະ​ນາ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຕ່າງ​ປະ​ເທດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ສະ​ພາ​ວະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ທີ່​ນັບ​ມື້​ນັບ​ກ້​ວາງ​ເລິກ. ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າ​ງ​ກົດ​ໝາຍ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນຖື​ວ່າ : ລັດ​ຖະ​ທຳ​ມະ​ນູນປີ 2013 ໄດ້​ກຳ​ນົດ​ວ່າ ມີ​ພຽງ​ແຕ່​ກົດ​ໝາຍ​ຈຶ່ງ​ຈຳ​ກັດ​ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ອົງ​ການ, ​ສ່ວນ​ບຸກ​ຄົນ. ໃນ​ຂະ​ນະ​ທີ່​​ການຈຳ​ກັດ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ນຳ​ເຂົ້​າ ແລະ ສົ່ງ​ອອກ, ທີ່​ຈິງ​ແລ້ວ ກໍ​ແມ່ນ​ການ​ຈຳ​ກັດ​ສິ​ດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ. ດັ່ງ​ນັ້ນ ຄວນ​ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ສາ​ລະ​ບານ​ສິນ​ຄ້າ​ຫ້າມ​ນຳ​ເຂົ້າ, ສົ່ງ​ອອກ​ໃນຮ່າງ​ກົດ​ໝາຍ ແນ​ໃສ່​ຮັບ​ປະ​ກັນ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ທີ່​ໂປ່ງ​ໃສ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ກ່າວ​ວ່າ : (ເທບ)

   “ ຖ້າ​ຫາກ​ບໍ່ໄດ້​ກຳ​ນົດ​ໃນ​ກົດ​ໝາຍນີ້, ແຕ່ມອບ​ໝາຍ​ໃຫ້​ລັດ​ຖະ​ບານ​ກຳ​ນົດ​ນັ້ນ,   ແມ່ນ​ຖືກ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນຫຼືບໍ່ ? ພວກ​ເຮົາ​ຄວນກວດ​ກາ​ເພື່ອ​ກຳ​ນົດ​ລະ​ອຽດ. ແນ່ນອນ​ວ່າ ເມື່ອ​ລັດ​ຖະ​ບານບໍ​ລິ​ຫານ ກໍ​ຈະ​ສ້າງ​ຄວາມ​ພິບໄຫວ​ໃນການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຕ່າງ​ປະ​ເທດ, ແຕ່​ວ່າ ມັນ​ແຕະ​ຕ້ອງ​ເຖິງ​ລ​ັກ​ສະ​ນະໂປ່ງ​ໃສ ແລະ ບັນ​ດາ​ສິ່ງ​ທີ່​ກົດ​ໝາຍບໍ່​ຫ້າມໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ”
ຂ່າວ/ບົດ​ອື່ນ