ສ້າງເງື່ອນໄຂໃຫ້ຄົນພິການໄດ້ສຳຜັດກັບບັນດາການບໍລິການສັງຄົມ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຕີລາຄາສູງການສູ້ຊົນ, ຄວາມມານະພະຍາຍາມຂອງບັນດາຊາວໜຸ່ມພິການທີ່ດີເດັ່ນ
ສ້າງເງື່ອນໄຂໃຫ້ຄົນພິການໄດ້ສຳຜັດກັບບັນດາການບໍລິການສັງຄົມ - ảnh 1ທີ່ການພົບປະກັບ
(ພາບ: qdnd.vn)

ຕອນເຊົ້າວັນທີ 13 ທັນວາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ພົບປະກັບຜູ້ແທນ 20 ຄົນ, ໃນຈຳນວນຊາວໜຸ່ມພິການທີ່ເປັນແບບຢ່າງດີເດັ່ນ 50 ຄົນ, ຂຶ້ນກັບ 34 ແຂວງ, ນະຄອນ ໃນທົ່ວປະເທດ ເຂົ້າຮ່ວມລາຍການ “ແຜ່ຂະຫຍາຍມານະຈິດ ຫວຽດ” ປີ 2021.

        ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຕີລາຄາສູງການສູ້ຊົນ, ຄວາມມານະພະຍາຍາມຂອງບັນດາຊາວໜຸ່ມພິການທີ່ດີເດັ່ນ ແລະ ທ່ານໃຫ້ຮູ້ວ່າ, ຈະພ້ອມກັບບັນດາອົງການຂອງສະພາແຫ່ງຊາດ ສືບຕໍ່ສ້າງໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດບັນດານະໂຍບາຍທີ່ກ່ຽວຂ້ອງເຖິງຄົນພິການຢ່າງມີປະສິດທິຜົນ; ສ້າງເງື່ອນໄຂໃຫ້ຄົນພິການໄດ້ສຳຜັດກັບບັນດາການບໍລິການສັງຄົມເວົ້າລວມ, ມີການບໍລິການສະໜອງສະເພາະໃຫ້ຄົນພິການ.

        “ໃນທົ່ວທຸກແຫ່ງຂອງປະເທດຊາດ ລ້ວນແຕ່ມີຄົນພິການດີເດັ່ນ, ບັນດາແບບຢ່າງມານະພະຍາຍາມບືນຕົວຂຶ້ນດ້ວຍເຈດຈຳນົງ, ມານະຈິດພິເສດ, ດ້ວຍຄວາມຕັດສິນໃຈ, ຄວາມພິລະອາດຫານ ແລະ ນັບຖືຂອງມະນຸດ. ພວກເພື່ອນບໍ່ພຽງແຕ່ປະກອບສ່ວນໃຫ້ປະຊາຄົມເປັນຫຼາຍຮູບຫຼາຍແບບເທົ່ານັ້ນ, ຫາກຍັງສ້າງແຫຼ່ງບັນດານໃຈ, ການແຜ່ຂະຫຍາຍ, ກຳລັງໜູນຕໍ່ກຳລັງຊີວິດໃຫ້ພວກເພື່ອນໜຸ່ມ, ຄົນພິການ ແລະ ທົ່ວສັງຄົມອີກດ້ວຍ”.

        ລາຍການ “ແຜ່ຂະຫຍາຍມານະຈິດ ຫວຽດ” ໂດຍສູນກາງສະຫະສະມາຄົມຊາວໜຸ່ມ ຫວຽດນາມ ບຸກລະດົມນັບແຕ່ປີ 2013, ເພື່ອແນໃສ່ຊອກຫາ, ເຊີດຊູບັນດາແບບຢ່າງຊາວໜຸ່ມພິການ, ມີເຈດຈຳນົງບືນຕົວຂຶ້ນ, ໄຊຊະນະຕໍ່ຕົນເອງ ແລະ ມີການປະກອບສ່ວນພົ້ນເດັ່ນໃຫ້ແກ່ການພັດທະນາຂອງປະຊາຄົມສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ