ສ້າງແຜນຮ່າງອຳນາດການປົກຄອງຕົວເມືອງຢູ່ ນະຄອນດ່ານັ້ງ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບການນຳນະຄອນດ່ານັ້ງ
(ພາບ: baomoi.com)
(vovworld) - ຕອນເຊົ້າວັນທີ 21/02, ຢູ່ດ່ານັ້ງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບາງກະຊວງ, ຂະແໜງການສູນກາງ ກ່ຽວກັບແຜນຮ່າງອຳນາດການປົກຄອງຕົວເມືອງຂອງນະຄອນດ່ານັ້ງ. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງທັດສະນະປ່ຽນໃໝ່ການຈັດຕັ້ງການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ.
“ໃນລັດຖະທຳມະນູນປີ 2013 ທີ່ຫາກໍ່ໄດ້ຮັບການປັບປຸງ, ເພີ່ມເຕີ່ມ, ປະກາດໃຊ້ນັ້ນ ໄດ້ເຫັນດີເລື່ອງຢູ່ຫວຽດນາມ ມີອຳນາດການປົກຄອງຕົວເມືອງ ແລະ ອຳນາດການປົກຄອງຊົນນະບົດ. ກົມການເມືອງກໍ່ເຫັນດີສ້າງນະຄອນໂຮ່ຈິມິນ ແລະ ນະຄອນດ່ານັ້ງ ເປັນ 2 ຫົວໜ່ວຍ ປະຕິບັດທົດລອງອຳນາດການປົກຄອງເຂດຕົວເມືອງຂອງທົ່ວປະເທດ. ແລະນີ້ກໍ່ແມ່ນ 2 ຫົວໜ່ວຍບໍລິຫານຂອງທົ່ວປະເທດໄດ້ຮັບການປະຕິບັດທົດລອງບໍ່ຈັດຕັ້ງສະພາປະຊາຊົນຂັ້ນເມືອງ, ຂັ້ນຕາແສງ, ໃນໄລຍະ 2 ປີຜ່ານມາ”.
ແຜນຮ່າງອຳນາດການປົກຄອງຕົວເມືອງດ່ານັ້ງ ຮັບປະກັນແກ້ໄຂບັນດາບັນຫາໃຫຍ່ຂອງເຂດຕົວເມືອງພິເສດ, ເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງນະຄອນສຳລັບພາກກາງ ແລະ ທົ່ວປະເທດ.