ສ້າງແຜນຮ່າງໂຄງການແຫ່ງຊາດລະບົບຊີວະພາບເລີ່ມສ້າງອາຊີບ


ສ້າງແຜນຮ່າງໂຄງການແຫ່ງຊາດລະບົບຊີວະພາບເລີ່ມສ້າງອາຊີບ - ảnh 1
ພາບ​ປະ​ກອບ:tinmoi.vn

(vovworl)- ວັນ​ທີ 25/8 ຢູ່ ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ການ​ສ້າງ​ແຜນ​ຮ່າງ​ໂຄງ​ການ​ແຫ່ງ​ຊາດ​ຫນູນ​ຊ່ວຍ​ລະ​ບົບ​ຊີ​ວະ​ພາບ​ເລີ່ມ​ສ້າງ​ອາ​ຊີບ ປ່ຽນ​ໃຫມ່​ຫົວ​ຄິດ​ປະ​ດິດ​ສ້າງ ຢູ່ ຫວຽດ​ນາມໃຫ້​ສົມ​ບູນ​ແບບ. ແຜນ​ຮ່າງ​ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ໄດ​້​ຮັບ​ການ​ສ້າງ​ຂຶ້ນ ໂດຍ​ອີງ​ໃສ່​ການ​ຖອດ​ຖອນ​ບົດ​ຮຽນ​ຈາກ​ບັນ​ດາ​ປະ​ເທດ​ຄື: ອາ​ເມ​ລ​ິ​ກາ, ຍີ່​ປຸ່ນ, ສິງ​ກະ​ໂປ, ສ​ເກົາ​ຫລີ, ອິດ​ສະ​ຣາ​ແອນ.. ທ່ານ ຫງວຽນ​ຮ່​ວາງ​ຫາຍ, ຮອງ​ຫົວ​ຫນ້າ​ກົມ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ ໃຫ້​ຮູ້​ວ່າ: ນອກ​ຈາກ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ນິກ ແລະ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ໃຫ້​ການ​ເລີ່ມ​ສ້າງ​ອາ​ຊີບ, ວິ​ສາ​ຫະ​ກິດ ຫວຽດ​ນາມ ສາ​ມາດ​ນຳ​ໃຊ້ການ​ແກ້​ລະ​ຫັດ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ເພື່ອຍາດ​ແຍ່ງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ບັນ​ດາ​ປະ​ເທດ​ກ້າວ​ຫນ້າ​ທີ່​ໄດ້​ສ້າງ​ແລ້ວ.
ຂ່າວ/ບົດ​ອື່ນ