ຮູບພາບຢູ່ ເຂດໄຕບັກ
ພາບ:yenbai.gov.vn
|
(vovworld)- “ສ້າງໂຄງການວິທະຍາສາດ - ເຕັກໂນໂລຊີຈຸດສຸມຂັ້ນລັດ, ຮັບໃຊ້ການພັດທະນາແບບຍືນຍົງຢູ່ເຂດ ໄຕບັກ (ໝາຍເຖິງເຂດຕາເວັນຕົກສຽງເຫນືອຂອງຫວຽດນາມ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍຄະນະຊີ້ນຳເຂດໄຕບັກ ສົມທົບກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດຕັ້ງຂຶ້ນໃນວັນທີ 11/4 ຢູ່ ຮ່າໂນ້ຍ. ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ: ເຂດໄຕບັກ ແມ່ນສະຖານທີ່ຍຸດທະສາດສຳຄັນຂອງປະເທດຊາດ, ມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບໃນການພັດທະນາ ຫລາຍຢ່າງ ແຕ່ຍັງບໍ່ທັນໄດ້ຮັບການເສີມຂະຫຍາຍຢ່າງເໝາະສົມ. ທ່ານ Dinh Van Cuong ຮອງຫົວຫນ້າຄະນະຊີ້ນຳເຂດ ໄຕບັກ ໃຫ້ຮູ້ວ່າ: “ໂຄງການວິທະຍາສາດ, ເຕັກໂນໂລຊີ ໄຕບັກ ຕ້ອງຄົ້ນຄ້ວາ ແລະ ຕີລາຄາຢ່າງເຕັມສ່ວນກ່ຽວກັບສະພາບການຕົວຈິງຂອງເຂດຄື: ສິ່ງແວດລ້ອມ, ດິນຟ້າອາກາດ, ທີ່ດິນ, ເສດຖະກິດ, ປະຊາກອນ… ບົນພື້ນຖານນັ້ນ ສ້າງຮູບແບບພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຄົ້ນຄ້ວາກົນໄກ, ນະໂຍບາຍພິເສດສະເພາະທີ່ມີຕໍ່ເຂດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ ແລະ ຖ່າຍທອດຄວາມກ້າວຫນ້າວິທະຍາສາດເຕັກນິກໃຫ້ສອດຄ່ອງກັບວິວັດການບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດຢູ່ທີ່ນີ້.”