ສາຍພົວພັນລະຫວ່າງ ຫວຽດນາມ-ອົດສະຕາລີ ຈະສືບຕໍ່ພັດທະນາ ຢ່າງແຮງ


ສາຍພົວພັນລະຫວ່າງ ຫວຽດນາມ-ອົດສະຕາລີ ຈະສືບຕໍ່ພັດທະນາ ຢ່າງແຮງ - ảnh 1

ທ່າ​ນນາງ Quentin Bryce ​ໃຫ້ການ​ຕ້ອນຮັບ​ທ່ານເລືອ​ງ​ແທງ​ງີ້

(ພາບ : ສະຖານທູດຫວຽດນາມ​ປະຈຳ​ອົດ​ສະ​ຕາ​ລີ)

(vovworld)- ​ ວັນ​ທີ 27/2, ທ່ານ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ ສສ ຫວຽດນາມ ​ເລືອ​ງ​ແທງ​ງີ້ ​ໄດ້​ຍື່ນ​ສານ​ຕາຕັ້ງຕໍ່​ທ່າ​ນນາງ Quentin Bryce ຜູ້​ມີ​ສິດອຳນາດ​ເຕັມ​ແຫ່ງ​ອົດສະ​ຕາ​ລີ.

  ນະ​ທີ່​ນີ້, ທ່າ​ນນາງ Quentin Bryce ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ແຮງ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ໃນ​ການ​ພົວພັນ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ສອງປະ​ເທດສ້າງຕັ້ງ ​ແລະ ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ປີ 2009. ທ່ານ​ນາງ​ເຊື່ອໝັ້ນວ່າ, ດ້ວຍ​ເລື່ອງສອງ​ປະ​ເທດ​ສືບ​ຕໍ່​ສ້າງ ​ແລະ ປະຕິບັດ​ໂຄງການ​ດຳ​ເນີນ​ງານ 2014-2016 ພາຍ​ຫລັງ​ສິ້ນ​ສຸດໂຄງການ​ດຳ​ເນີນ​ງານ 2010-2013 ຢ່າງ​ຈົບງາມ, ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ. ທ່ານ​ນາງ​ຜູ້​ມີ​ອຳນາດ​ເຕັມ​ກໍ່​ປາດ​ຖະໜາວ່າ, ຫວຽດນາມ ຈະ​ເຂົ້າຮ່ວມ​ແຜນການ​ໂກ​ລົມ​ໂບ​ໃໝ່​ຂອງ​ອົດ​ສະຕີ ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນລະຫວ່າງ ປຊຊ ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ລຸ່ນ​ໜຸ່ມ./.

ຂ່າວ/ບົດ​ອື່ນ