(vovworld) - ວັນທີ 6/9, ຄະນະຜູ້ແທນທີ່ປຶກສາດ້ານການທະຫານປະເທດຕ່າງໆປະຈຳຫວຽດນາມໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ກອງເສນາທິການກອງທັບເຮືອ ແລະ ບໍລິສັດ 189 ກະຊວງປ້ອງກັນປະເທດ, ໃນການຕ້ອນຮັບພົນເຮືອເອກ ກອງທັບເຮືອ Nguyen Van Hien, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກອງເສນາທິການກອງທັບເຮືອ ໄດ້ແນະນຳໂດຍຫຍໍ້ກ່ຽວກັບການສ້າງຕັ້ງ ແລະ ພັດທະນາຂອງກອງທັບເຮືອຫວຽດນາມ. ພ້ອມທັງຕີລາຄາສູງການປະສານສົມທົບ, ການຮ່ວມມືຢ່າງມີປະສິດທິຜົນຂອງທີ່ປຶກສາດ້ານການທະຫານປະເທດຕ່າງໆ ກັບກອງທັບປະຊາຊົນຫວຽດນາມ ແລະ ກອງທັບເຮືອ. ຜ່ານການແລກປ່ຽນ, ພົບປະກັບທີ່ປຶກສາດ້ານການທະຫານປະເທດຕ່າງໆປະຈຳຫວຽດນາມ ໄດ້ເຮັດໃຫ້ສາຍພົວພັນລະຫວ່າງກອງທັບເຮືອຫວຽດນາມ ກັບກຳລັງກອງທັບເຮືອບັນດາປະເທດໃນພາກພື້ນ ແລະ ໃນໂລກມີຄວາມສາມັກຄີ, ສະໜິດຕິດພັນກຳກັນ. ສ່ວນຢູ່ ບໍລິສັດ 189 ກະຊວງປ້ອງກັນປະເທດ, ພາຍຫຼັງໄດ້ຮັບຟັງການນຳບໍລິສັດແນະນຳກ່ຽວກັບການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງກົມກອງແລ້ວ, ຄະນະຜູ້ແທນທີ່ປຶກສາດ້ານການທະຫານປະເທດຕ່າງໆປະຈຳຫວຽດນາມ ໄດ້ໄປຢ້ຽມຢາມໂຮງຈັກ, ໂຮງງານຕໍ່ກຳປັ່ນທີ່ຮັບໃຊ້ໃຫ້ແກ່ການສູ້ຮົບ ແລະ ກຽມພ້ອມສູ້ຮົບຂອງກອງທັບປະຊາຊົນຫວຽດນາມ.