ສານຕົ້ນປີ 2013 ຂອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ໋ງ

ສານຕົ້ນປີ 2013 ຂອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ໋ງ - ảnh 1

(ພາບ:laodong.com.vn)

(vovworld) – ເນື່ອງໃນໂອກາດປີໃໝ່ 2013, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ມີບົດຂຽນດ້ວຍຫົວຂໍ້ວ່າ: ເດັດດ່ຽວແກ້ໄຂຄວາມອ່ອນດ້ອຍ ຜ່ານຜ່າ​ຄວາມຫຍຸ້ງຍາກ, ສືບ​ຕໍ່​ຄວບ​ຄຸມ​​ໄພ​ເງິນ​ເຟີ້, ຮັບປະກັນການເຕີບໂຕ, ນຳປະເທດຊາດພັດທະນາແບບຍືນຍົງ. ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂໍ​ຄັດ​ສະ​ເໜີ​ບົດ​ຂຽນ​ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ. ​

    ປີ 2013, ຫວຽດນາມ ສືບ​ຕໍ່​ຕ້ອງປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາ​ມຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຄື: ​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ບັນດາ​ຕະຫຼາດ​ສົ່ງ​ອອກ ​ແລະ ດຶງ​ດູດ​ເງິ​ນລົງທຶນ​ຕົ້ນຕໍຂອງ​ຫວຽດນາມ ຍັງ​ບໍ່​ທັນ​​ຫລຸດ​ພົ້ນອອກ​ຈາກ​ສະພາບ​ຊຸດ​ໂຊມ​ເທື່ຶອ, ຢູ່ພາຍ​ໃນປະ​ເທດ, ຄວາມ​ອ່ອນ​ດ້ອຍ​ກ່ຽວ​ກັບ​ໂຄງ​ປະກອບ​ເສດຖະກິດ ​ແລະ ຮູບ​ແບບ​ການ​ເຕີ​ໂຕ​ໄດ້ຮັບ​ການ​ແກ້​ໄຂ​ຢ່າງ​ຊັກ​ຊ້າ, ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດ​ຖະກິດ​ຄືນ​ໃໝ່​ຍັງ​ຢູ່​ໃນ​ໄລຍະ​ເລີ່​ມຕົ້ນ​ເທົ່າ​ນັ້ນ ​ແລະ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເສດຖະກິດ​ມະຫາ​ພາກ​ຍັງ​ບໍ່​ທັນໝັ້ນຄົງ, ​ໄພ​ເງິນ​ເຟີ້​ຍັງ​ມີ​ໄຟ​ເພີ່ມ​ຂຶ້ນ​ສູງ​ຄືນ​ໃໝ່, ພື້ນຖານ​ເສດຖະກິດ​ຍັງ​ບໍ່​ທັນ​ມີ​ທ່າ​ເຕີບ​ໂຕ, ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ….​ໃນ​ຂະນະ​ນັ້ນ, ຫວຽດນາມ ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ກົນອຸ​ບາຍ​ເລ​ລ່ຽມ​ເພື່ອ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ​ສັງຄົມ, ລະ​ເມີດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແຫ່ງ​ຊາດ. ​ໃນ​ສະພາບ​ການ​ດັ່ງກ່າວ, ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ສັງ​ລວມທີ່​ໄ້ດວາງ​ອອກ​ໃນ​ປີ 2013, ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ, ຂອງ​ທັງ​ລະບົບ​ການ​ເມືອງ​ໃນ​ການ​ປະຕິບັດ​ຢ່າງຄົບ​ຊຸດ​ບັນດາ​ໜ້າ​ທີ່​ມາດ​ຕະການ​ໄດ້​ວາງ​ອອກ. ​ໃນ​ນັ້ນຕ້ອງ​ສຸມ​ໃສ່​ປະຕິບັດ​ເປັນ​ຢ່າງ​ດີ​ບັນດາ​ຈຸດ​ສຸມ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ​ແມ່ນຍົກ​ສູງ​ຄຸນ​ນະພາ​ບຂໍ້​ກຳນົດ​ກົດ​ລະບຽບ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຕະຫຼາດ: ​ເພື່ອ​ມີ​ຂໍ້​ກຳນົດ​ກົດ​ລະບຽບ, ນະ​ໂຍບາຍ​ດີ, ຕ້ອງ​ຍຶດໝັ້ນທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ການ​ສ້າງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ​ເລີ່ມ​ຈາກຄວາມ​ຕ້ອງການ​ພັດທະນາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

ທີສອງ​ແມ່ນ ບໍລິຫານ​ນະ​ໂຍບາຍ​ເງິນຕາ​ຕາມ​ສັນຍານ​ຕະຫຼາດ ​ແລະ ລະດັບ​ເງິນ​ເຟີ້​ທີ່​ວາງ​ອອກ. ສົມທົບ​ນະ​ໂຍບາຍເງິນຕາມ ​ແລະ ນະ​ໂຍບາຍ​ປີ​ການ​ເງິນ​ຢ່າງ​ແໜ້ນ​ແຟ້ນ: ບົນ​ຫຼັກການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ແໜ້ນ​ແຟ້ນ, ຕ້ອງ​ດັດ​ປັບ​ຢ່າງ​ມີ​ໄຫວ​ພິບ, ຮັບປະກັນການ​ຮັກສາ​ອັດຕາ​ດອກ​ເບັ້ຍ​ເໝາະ​ສົມ​ກັບລະດັບໄພ​ເງິນ​ເຟີ້, ຊີ້​ນຳ​ການ​ແກ້​ໄຂ​ໜີ້​ເສຍ​ຢ່າງ​ຂ້ຽວຂາດ. ຕ້ອງ​ຮິບ​ເຮັ່ງ​ຜັນ​ຂະຫຍາຍ​ບັນດາ​​ໂຄງການ​ລົງທຶນ​ຕາມ​ແຜນການ​ເພື່ອ​ແນ​ໃສ່​ເພີ່ມ​ຍອດ​ຄວາມຕ້ອງການ​ເພື່ອ​ກະຕຸກ​ຊຸກຍູ້​ພື້ນຖານ​ເສດຖະກິດ.

ທີສາມ​ແມ່ນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ໜູນ​ຊ່ວຍ​ຕະຫຼາດ: ຖື​ເປັນສຳຄັນບັນດາ​ມາດ​ຕະການ​ສ້າງ​ຄວາມ​ຕ້ອງການ, ນະ​ໂຍບາຍ​ປີ​ການ​ເງິນ, ​ເງິນຕາ​ມຸ້ງ​ໄປ​ເຖິງ​ບັນດາ​ເປົ້າໝາຍ,​ຂົງ​ເຂດ​ມີ​ລະດັບ​ເພີ່​ມຄວາມ​ຕ້ອງການ​ຫຼາຍ, ນັ້ນຄື: ກະສິກຳ, ຊາວ​ກະສິກອນ, ຊົນນະບົດ, ​ເປີດ​ກ້ວາງ​ຕະຫຼາດ​ສົ່ງອອກ, ພັດທະນາ​ພື້ນຖານ​ໂຄງລ່າງ​ເສດຖະກິດ​ສັງຄົມ….

ທີ​ສີ່​ແມ່ນຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ​ລັດຖະກອນ​ໃນ​ການ​ປະຕິບັດ​ວຽກ​ງານ​ລັດຖະການ: ຕ້ອງ​ເດັດດ່ຽວ​ປັດ​ເຂ່ຍ​ບັນດາ​ລະບຽບ​ການ​ບໍ່​ຈຳ​ເປັນ, ​ເພີ່ມ​ທະວີ​ລະບຽບວິ​ໄນ, ຄວາມ​ຮັບຜິດຊອບ​ຂອງ​ພະ​ນັກ​ງານ​ລັດຖະກອນໃນ​ການ​ປະຕິບັດ​ວຽກ​ງານ​ລັດຖະການ. ​ເປີດ​ກ້ວາງ​ການ​ປະຕິ​ບັດກົນ​ໄກ​ປະຕູ​ດຽວ.

ທີຫ້າ​ແມ່ນຍູ້​ແຮ​ງວິວັດ​ການ​ສ້າງໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່: ​ໃນ​ສາມ​ເນື້ອ​ໃນຂອງການ​ສ້າງໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ແຕ່​ນີ້​ຮອດ​ປີ 2015, ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ມີ​ທີ່​ຕັ້ງສຳຄັນ​ພິ​ເສດ. ບັນດາ​ກຸ່ມ​ບໍລິສັດ ​ແລະ ບໍລິສັດ​ໃຫ່ຍຂອງ​ລັດ​ຕ້ອງ​ສຸມ​ແຫຼ່ງກຳລັງ​ເຂົ້​າ​ໃນ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ ​ເພື່ຶອ​ແນ​ໃສ່​ປະຕິບັດ​ນະ​ໂຍບາຍ​ອຸດສາຫະກຳ​ຢ່າງ​ມີ​ປະສິດ​ທິຜົນ.

ທີຫົກ​ແມ່ນຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ: ​ໃນ​ປີ 2013, ຕ້ອງ​ສຸມ​ໃສ່​ຍູ້ແຮງການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ຖື​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຢູ່​ບັນດາ​ເຂດ​ຕັ້ງຖິ່ນ​ຖານຄືນ​ໃໝ່​ຄົງທີ່ເປັນ​ສຳຄັນ, ຮັບປະກັນ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ຢ່າງເປັນ​ປົກກະຕິ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ​ເນັ້ນໜັກ​ວ່າ: ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ກ້າວໜ້າ​ທີ່​ບັນລຸ​ໄດ້, ​ເດັດດ່ຽວ​ແກ້​ໄຂ​ບັນດ​າຄວາມ​ອ່ອນ​ດ້ອຍ, ຍົກ​ສູງ​ຄວາມ​ຮັບຜິດຊອບ, ຈິດ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ມູນ​ເຊື້ອ​ສາມັກຄີ-​ຮ່ວມ​ແຮງ​ຮ່ວມ​ໃຈ, ​ແນ່ນ​ອນວ່າ, ປະຊາຊົນ​ຫວຽດນາມ, ປະ​ເທດ​ຊາດ​ຫວຽດນາມ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2013 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ