ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈຕໍ່​ເຫດ​ຢຽບ​ກັນຢ່າງ​ຮ້າຍ​ແຮງ​ຢູ່​ລັດ Uttar Pradesh, ອິນ​ເດຍ

(VOVWORLD) - ວັນທີ 4 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.
ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈຕໍ່​ເຫດ​ຢຽບ​ກັນຢ່າງ​ຮ້າຍ​ແຮງ​ຢູ່​ລັດ Uttar Pradesh, ອິນ​ເດຍ - ảnh 1ພາບປະກອບ: NDTV

ໂດ້ຍໄດ້ຮັບຂ່າວກ່ຽວກັບເຫດຢຽບກັນ ຢ່າງຮ້າຍແຮງທີ່ເກີດຂຶ້ນ ຢູ່ລັດ Uttar Pradesh, ອິນເດຍ ວັນທີ 2 ກໍລະກົດ ໄດ້ເຮັດໃຫ້ມີຄົນເສຍຊີວິດ ແລະ ຖືກບາດເຈັບເປັນຈຳນວນຫຼາຍ, ວັນທີ 4 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.

ທີ່ກ່ຽວຂ້ອງເຖິງເຫດການນີ້, ວັນທີ 4 ກໍລະກົດ ແຫຼ່ງຂ່າວຈາກອົງການກົງສູນຂຶ້ນກັບສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ມີຂໍ້ມູນກ່ຽວກັບ ພົນລະເມືອງຫວຽດນາມ ຖືກບາດເຈັບ ແລະ ເສຍຊີວິດໃນເຫດຢຽບກັນດັ່ງກ່າວ.

ກ່ອນໜ້ານັ້ນ, ຕາມແຫຼ່ງຂ່າວຕ່າງໆ, ວັນທີ 2 ກໍລະກົດ, ໃນຂະນະທີ່ ສາສະນິກກະຊົນພວມເຕົ້າໂຮມກັນຢູ່ໃກ້ນະຄອນ Hathras, ລັດ Uttar Pradesh ເພື່ອຮັບຟັງການເທດຂອງ ນັກເຜີຍແຜ່ສາສະໜາ ຊື່ດັງ, ໄດ້ມີພາຍຸຝຸ່ນເກີດຂຶ້ນຢ່າງຮ້າຍແຮງ ເຮັດໃຫ້ຜູູ້ຄົນແຕກຕື່ນແລ້ວ ຢຽບກັນ ຫຼືລົ້ມລົງເຕັງເຂົ້າກັນ. ມີຢ່າງນ້ອຍສຸດ 121 ຄົນເສຍຊີວິດໃນເຫດການ.

ຕອບກັບ

ຂ່າວ/ບົດ​ອື່ນ