ສານອີຣັກອອກຄຳຕັດສິນສະກັດກັ້ນການລົງປະຊາມະຕິທວງເອົາເອກະລາດ

(VOVWORLD) -ວັນທີ 06 ຕຸລາ, ສານສູງສຸດອີຣັກ ໄດ້ອອກຄຳຕັດສິນວ່າ ບໍ່ມີເຂດ ຫຼື ແຂວງໃດອາດສາມາດແຍກຕົວອອກຈາກປະເທດນີ້. ການກະທຳດັ່ງກ່າວຖືກຍົກອອກມາເພື່ອແນໃສ່ປັບປຸງສິດອຳນາດຂອງອຳນາດການປົກຄອງສູນກາງ ໃນການສະກັດກັ້ນການລົງປະຊາມະຕິກ່ຽວກັບການທວງເອົາເອກະລາດ
ສານອີຣັກອອກຄຳຕັດສິນສະກັດກັ້ນການລົງປະຊາມະຕິທວງເອົາເອກະລາດ - ảnh 1 (ພາບປະກອບ: AFP/TTXVN)

ຄ້າຍຄືກັນກັບການລົງປະຊາມະຕິຂອງເຂດປົກຄອງດ້ວຍຕົນເອງຊາວ Kurd ທາງພາກເໜືອອີຣັກ ເມື່ອເດືອນ ກັນຍາຜ່ານມາ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີອີຣັກ Haider al Abadi ໃຫ້ຂໍ້ສັງເກດວ່າ, ການກະທຳດັ່ງກ່າວຂອງສານສູງສຸດອີຣັກ ເປັນການຢຸດຕິແຜນການແຍກຕົວອອກຈາກອີຣັກ ຂອງເຂດຊາວ Kurd, ພ້ອມທັງຮຽກຮ້ອງເຂດນີ້ຕ້ອງປະຕິບັດຕາມຄຳຕັດສິນຂອງສານ. ທ່ານໃຫ້ຮູ້ຕື່ມອີກວ່າ, ອຳນາດການປົກຄອງສູນກາງ ໄດ້ມີບັນດາມາດຕະການທີ່ຈຳເປັນແນໃສ່ສະກັດກັ້ນແຜນການແຍກຕົວອອກ ເພື່ອຮັບປະກັນຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ