ສານອວຍພອນປີໃໝ່ຂອງການນຳບັນດາປະເທດໃນໂລກ

(VOVWORLD) -ໃນສານອວຍພອນປີໃໝ່, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ໃຫ້ຄຳໝັ້ນສັນຍາສ້າງຕັ້ງລັດຖະບານທີ່ມີສະຖຽນລະພາບ ແລະ ສົມທົບກັບຝລັ່ງ ເພື່ອເພີ່ມທະວີວິວັດທະນາການເຊື່ອມໂຍງເຂົ້າກັບເອີລົບ ໃນປີ 2018.

ສານອວຍພອນປີໃໝ່ຂອງການນຳບັນດາປະເທດໃນໂລກ - ảnh 1 ທ່ານນາງນາຍົກລັດຖະມົນຕີ Angela Merkel

(ພາບ: reuters)

ທ່ານນາງນາຍົກລັດຖະມົນຕີ Angela Merkel ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ເອີລົບ ຄວນກາຍເປັນປະຊາຄົມມີຄວາມສະໜິດຕິດພັນກວ່າ ແລະ ທ່ານນາງອະທິບາຍວ່າ ສິ່ງດັ່ງກ່າວແມ່ນມີຄວາມສຳຄັນຍິ່ງໃນຊຸມປີຈະມາເຖິງ.

        ໃນສານອວຍພອນປີໃໝ່, ທ່ານນາງນາຍົກລັດຖະມົນຕີອັງກິດ ຖະແຫຼງວ່າ, ເລື່ອງອັງກິດ ບັນລຸໄດ້ຂໍ້ຕົກລົງຖອນອອກຈາກອີຢູ (Brexit) ໃນປີ 2018 ມີຄວາມໝາຍຕັດສິນ, ແຕ່ຈະບໍ່ກີດຂວາງບັນດາແງ່ຫວັງຂອງປະເທດນີ້.

        ວັນທີ 01 ມັງກອນ, ໃນສານອວຍພອນປີໃໝ່ 2018, ການນຳສປປ.ເກົາຫຼີ Kim Jong un ໃຫ້ຮູ້ວ່າ, ພຽງຢາງ ພ້ອມແລ້ວທີ່ຈະເຈລະຈາກັບເຊີອຸ່ນ ກ່ຽວກັບກໍລະນີຈະເຂົ້າຮ່ວມງານມະຫາກຳກິລາລະດູໜາວ Pyeongchang 2018, ພ້ອມທັງຖືວ່າ, ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຕ້ອງປັບປຸງການພົວພັນ.

        ທ່ານປະທານາທິບໍດີອາເມລິກາ Donal Trump ຄາດຄະເນວ່າ, ປີ 2018 ຈະແມ່ນປີດີສຸດສຳລັບປະເທດອາເມລິກາ. ທ່ານ Donal Trump ຖືວ່າ, ຕະຫຼາດອະຊັງຫາລິມະຊັບຈະສືບຕໍ່ຟື້ນຕົວ ແລະ ບໍລິສັດຕ່າງໆຈະສືບຕໍ່ລົງທຶນເຂົ້າອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ