ສຳນັກງານ VOV ປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ

  ສຳນັກງານ VOV ປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ  ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ  - ảnh 1
ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມອບ ຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ ສຳນັກງານ​ 
ປະຈຳ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ

(vovworld)- ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ ສຳນັກງານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມຢູ່ແຂວງ ເກີນເທີ ເມື່ອຕອນເຊົ້າ ວັນທີ 6/12, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຕີລາຄາສູງຜົນງານຂອງໝູ່ພະນັກງານ, ນັກຂ່າວ, ກຳມະກອນຂອງສຳນັກງານ​​ປະຈຳ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ພ້ອມທັງໃຫ້ການຊີ້ນຳ ການປ່ຽນໃໝ່ວິທີການໃຫ້ຂ່າວຢ່າງທັນການ ແລະ ດູດດື່ມສຳລັບທຸກໆປະເພດ ສື່ມວນຊົນ. ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວວ່າ :

   “ ສຳນັກງານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ​ຄວນ​ປະຕິບັດ​ບົດ​ບາດ​​ແມ່ນຜູ້ຕາງໜ້າ​ຂອງ​ຕົນ​ຢູ່​ເຂດ​ນີ້ເປັນ​ຢ່າງ​ດີກ່ວາ​ອີກ, ສ້າງສາ​ຍພົວພັນ​ຢ່າງສະໜິດ​ແໜ້ນ​ກັບບັນດາແຂວງ, ນະຄອນ, ບັນດາພາກສ່ວນຂອງວິທະຍຸຕັ້ງຢູ່ເຂດທາງຕາເວັນຕົກພາກໃຕ້. ພ້ອມກັນນັ້ນ ກໍສົມທົບກັບບັນດາສະຖານີວິທະຍຸກະຈາຍສຽງ-ໂທລະພາບ ໃນເຂດຢ່າງແໜ້ນແຟ້ນ, ພິເສດແມ່ນປະຕິບັດແຜນການ ແລະ ໜ້າທີ່ໂຄສະນາເຜີຍແຜ່ຂອງຄະນະຊີ້ນຳ ເຂດທາງຕາເວັນຕົກພາກໃຕ້ ແລະ ສັນຍາທີ່ໄດ້ລົງນາມລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ກັບທະຫານເຂດ 9 ເປັນຢ່າງດີ ”

 ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ມອບຫຼຽນໄຊແຮງງານ ຊັ້ນ 1 ໃຫ້ແກ່ພະແນກ ຂະແມ ແລະ ຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ ສຳນັກງານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ.

ຂ່າວ/ບົດ​ອື່ນ