ສຳພັນທະມິດຕ້ານISໂຮມປະຊຸມຢູ່ລາຊະອານາຈັກອັງກິດ

ສຳພັນທະມິດຕ້ານISໂຮມປະຊຸມຢູ່ລາຊະອານາຈັກອັງກິດ - ảnh 1
ພາບ​ປະ​ກອບ​ຈາກ Reuters

(vovworld) – ວັນ​ທີ 22/1, ບັນ​ດາ​ເຈົ້າ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ 21 ປະ​ເທດ​ໄດ້​ໂຮມ​ປະ​ຊຸມ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຕ້າ​ນ​ຄືນອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່ ອີ​ຣັກ ແລະ ຊີ​ຣີ, ພ້ອມ​ທັງ​ແກ້​ໄຂ​ບັນ​ດາ​ໄພ​ນາບ​ຂູ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ບັນ​ດາ​ພາກ​ສ່ວນ​ທຳ​ສົງ​ຄາມ​ອິດ​ສະ​ລາມ ຢູ່ ເອີ​ລົບ. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ສຳ​ພັນ​ທ​ະ​ມິດ​ຕ້ານ IS ໂດຍ ອ​າ​ເມ​ລິ​ກາ ນຳ​ໜ້າ ໂຮມ​ປະ​ຊຸມ​ນັບ​ແຕ່​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​ເຂົ້າ​ສຳ​ນັກ​ງານ​ວາ​ລະ​ສານ​ເຢາະ​ເຢີ້ຍ Charlie Hebdo ຢູ່ ຝ​ຮັ່ງ ແລະ ບັນ​ດາ​ເຫດ​ການ​ຈັບ​ຕົວ​ປະ​ກັນ​ ຫຼັງ​ຈາກນັ້ນ​ເຮັດ​ໃຫ້ 17 ຄົນ​ເສຍ​ຊີ​ວິດ. ການ​ປະ​ຊຸມ​ຂ່າວ​ຢູ່ ລອນດອນ ໂດຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ ແລະ ອາ​ເມ​ລິ​ກາ ເປັນ​ປະ​ທານ​ຮ່ວມ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ Haider al – Abadi ພ້ອມ​ກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ ແລະ ເຈົ້າ​ໜ້​າ​ທີ 20 ປະ​ເທດ​ໃນ​ສຳ​ພັນ​ທະ​ມິດ​ສາ​ກົນ​ຕ້ານ IS. ຕາມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ Philip Hammond ແລ​້ວ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຝຶກ​ອົບ​ຮົມ​ໃຫ້​ບັນ​ດາ​ກຳ​ລັງ ອີ​ຣັກ ແລະ ຍຸດ​ທະ​ສາດ​ກ້​ວາງ​ຂ​ວາງ​ກ່​ວາ​​ເພື່ອຕ້ານ​ລັດ​ທິກໍ່​ການ​ຮ້າຍ​ສາ​ກົນ.


ຂ່າວ/ບົດ​ອື່ນ