ສຳເລັດວຽກງານກະກຽມ ໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ

ສຳເລັດວຽກງານກະກຽມ ໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ảnh 1
ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ-ງານ​ບຸນ​ວິຫານ​ຮຸ່ງ​ປີ 2011
(ພາບ: internet)

Vovworld- ​ແຂວງ ຟູ​ເທາະ ​ໄດ້ສຳ​ເລັດ​ວຽກ​ງານ​ກະກຽມ​ໃຫ້​ແກ່​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ-ງານ​ບຸນ​ວິຫານ​ຮຸ່ງ​ປີ​ມະ​ໂລງ 2012 ຊຶ່ງ​ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 31/3 ກົງ​ກັບ​ວັນ​ທີ 10​ ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຫວຽດນາມ. ທ່ານ ຮ່າ​ເກ້​ຊານ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ຟູ​ເທາະ ​ໃຫ້​ຮູ້​ວ່າ​ດ້ວຍ​ການ​ຖື​ເອົາ​ວັນ​ທີ 10​ ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຫວຽດນາມ ​ແມ່ນ​ວັນ​ໄຫ້​ວບູຊາ​ຂອງຊາດຫວຽດນາມນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຖືກ​ຈັດ​ຂຶ້ນ​ໃນ​ງານ​ບຸນ​ວິ​ຫານ​ຮຸ່ງ​ຈະ​ແນ​ໃສ່​ສຶກສາອົບຮົມ​ມູນ​ເຊື້ອ​ຮັກ​ຊາດ, ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ບັນດາເຈົ້າ​ຊີວິດ​ຮຸ່ງ​ ​ແລະ ບັນດາ​ວິລະ​ບຸລຸດ​ລຸ່ນກ່ອນໆ​ທີ່​ໄດ້​ມີ​ຄຸນງາມ ຄວາມດີ​ໃນ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ສຶກສາອົບຮົມ ສິນລະທຳທີ່​ວ່າ“ກິນ​ເຂົ້າ​ຄິດ​ຮອດ​ຄຸ​ນນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​ຍຸກ​ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ... ບັນດາ​ການ​ເຄື່ອ​ນໄຫວ​ໃນ​ຂັ້ນ​ຕອນ​ຈັດ​ບຸນ​ປີ​ນີ້ ຕິດ​ພັນ​ກັບ​ໂຄງການ“ ທ່ອງ​ທ່ຽວອວາຍ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າກໍ ” ປີ 2012 ຂອງ 3 ​ແຂວງ: ຟູ​ອຽນ, ອຽນ​ບ້າຍ ​ແລະ ລ່າວ​ກາຍ, ​ເຊີດ​ຊູ​ຊື່​ສຽງ​ຮຽງ​ນາມ​ມໍລະດົກ“ ຂັບ​ຊວານ​ຟູ​ເທາະ”
ຂ່າວ/ບົດ​ອື່ນ