ສ.ເກົາຫຼີ ຊ້ອມຮົບເພື່ອ ຮັບມືກັບ ສປປ ເກົາຫຼີ

ສ.ເກົາຫຼີ ຊ້ອມຮົບເພື່ອ ຮັບມືກັບ ສປປ ເກົາຫຼີ - ảnh 1
(ສ.ເກົາຫຼີ ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​ປະຈຳ​ປີ)

(vovworld) -     ວັນ​ທີ 25/10, ສ.ເກົາຫຼີ ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​ປະຈຳ​ປີ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ດ້ວຍ​ຊື່ວ່າ “ປ້ອງ​ກັນ​ປະ​ເທດ” (Hoguk) ​ເພື່ອ​ແນ​ໃສ່ຮັບ​ມື​ກັບ ສປປ ​ເກົາຫຼີ ​ໃນ​ສະພາບ​ທີ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ ​ເກ​ົາຫຼີ ​ພວມເພີ່ມ​ຂຶ້ນ. ຫົວໜ້າສະພາ​​ເສນາ​ທິການກອງທັບ​ປະສົມ (JCS) ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ທີ່​ແກ່ຍາວ​ເປັນ​ເວລາ 1 ອາທິດ​ນີ້​ມີ​ພົນທະຫານ 240.000 ຄົນ​ສັງ​ກັດ​ກອງທັບ​ເຮືອ, ທະຫານ​ທາງບົກ, ກອງທັບ​ອາກາດ ​ແລະ ກຳລັງທະຫານ​ເຮືອສູ້​ຮົບ​ທາງບົກ ພ້ອມ​ກັບ​ບັນດາ​ນາຍ​ທະຫານ​ຕຳຫຼວດ​ຂອງ​ສ.​ເກົາຫຼີ. ມີ​ທະຫານ​ອາ​ເມ​ລິ​ກາ​ ປະມານ 500 ຄົນ​ກໍ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ນີ້. ​ເນື້ອ​ໃນ​ຂອງ​ການ​ຊ້ອມ​ຮົບ​ລວມມີ; ການ​ຊ້ອມຮົບ​ປ້ອງ​ກັນ​ອາກາດ, ປົກ​ປັກ​ຮັກສາ​ນະຄອນຫຼວງ ​ແລະ ຊ້ອມ​ຮົບ​ເຄື່ອນ​ທີ່ຮັບ​ມື​ກັບ​​ການ​ກະທຳ​ຕ່າງໆຈາກ​ສປປ​ເກົາຫຼີ. ສປປ​ເກົາ​ຫຼີ ​ໄດ້​ອອກສຽງ​ກ່າວ​ປະນາມ​ການ​ຊ້ອມ​ຮົບ​ຂອງ​ສ.​ເກົາຫຼີ ຫຼາຍ​ເທື່ອ​ແລ້ວ ​ແລະ ຖື​ນີ້​ບໍ່​ຕ່າງ​ຫຍັງກັບ “​ສົງຄາມ​ຮຸກ​ຮານ”.

ຂ່າວ/ບົດ​ອື່ນ