ສ.ເກົາຫຼີ, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນໃນບັນຫາ ສປປ.ເກົາຫຼີ

(VOVWORLD) -ວັນທີ 17 ມີນາ, ທ່ານນາງລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung-wha ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Taro Kono ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນສະພາບທີ່ພວມດຳເນີນບັນດາການເຄື່ອນໄຫວທາງການທູດ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ລົງ.
ສ.ເກົາຫຼີ, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນໃນບັນຫາ ສປປ.ເກົາຫຼີ - ảnh 1 ທ່ານນາງລັດຖະມົນຕີການຕ່າງປະເທດ Kang Kyung-wha (ພາບ: AP)

ໃນການພົບປະທີ່ນະຄອນຫລວງ ວໍຊິງຕັນ (ອາເມລິກາ) ຢູ່ນອກບັນດາການຢ້ຽມຢາມຢ່າງເປັນທາງການ, ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ ກໍ່ຄືການພົວພັນລະຫວ່າງ ເຊີອູນ - ໂຕກຽວ. ຖະແຫຼງການຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: 2 ຝ່າຍເຫັນດີເປັນເອກະພາບນຳກັນວ່າ ບັນດາການພົບປະຄັ້ງສຸດຍອດກັບ ສປປ.ເກົາຫຼີ ຂອງ ອາເມລິກາ ແລະ ສ.ເກົາຫຼີ ຈະສວມບົດບາດເປັນບາດລ້ຽວໃນຄວາມມານະພະຍາຍາມຊອກຫາມາດຕະການແກ້ໄຂໃຫ້ໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ເຊິ່ງພວມ  ຕົກເຂົ້າສູ່ສະພາບບໍ່ມີທາງອອກ. ດ້ວຍເປົ້າໝາຍດັ່ງກ່າວ 2 ຝ່າຍເຫັນດີເປັນເອກະສັນ ເພີ່ມທະວີການພົບປະເຈລະຈາ ແລະ ຮ່ວມມື 2 ຝ່າຍ ກໍ່ຄືໃນຂອບເຂດ 3 ຝ່າຍ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ.

        ທ່ານນາງລັດຖະມົນຕີການຕ່າງປະເທດ Kang Kyung-wha ໃຫ້ຮູ້ວ່າ: ຍີ່ປຸ່ນ ໄດ້ສົ່ງສັນຍານຕັ້ງໜ້າກ່ຽວກັບເລື່ອງ ພ້ອມແລ້ວທີ່ຈະປັບປຸງການພົວພັນກັບ ສປປ.ເກົາຫຼີ ແລະ ຊ່ວຍນຳມາເຊິ່ງສັນຕິພາບໃຫ້ແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ