ສ.ເກົາຫຼີ, ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) -ຕາມກະຊວງການຕ່າງປະເທດ ສ.ເກົາຫຼີແລ້ວ, ທ່ານ Noh Kyu-duk ຜູ້ຕາງໜ້າພິເສດ ຮັບຜິດຊອບ ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ ແຫຼມເກົາຫຼີ ແລະ ຄູ່ຕຳແໜ່ງ ອາເມລິກາ Sung Kim ເຫັນດີເປັນເອກະພາບ ຕໍ່ຄວາມສຳຄັນຂອງ ການແກ້ໄຂສະຖານະການຢູ່ແຫຼມເກົາຫຼີ ໃຫ້ມີຄວາມໝັ້ນຄົງ”.
ສ.ເກົາຫຼີ, ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ​ປ​ປ.ເກົາຫຼີ - ảnh 1ທ່ານ Noh Kyu-duk ຜູ້ຕາງໜ້າພິເສດ ຮັບຜິດຊອບ ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ ແຫຼມເກົາຫຼີ ແລະ ຄູ່ຕຳແໜ່ງ ອາເມລິກາ Sung Kim (ພາບ: AFP/TTXVN)

ວັນທີ 29 ຕຸລາ, ບັນດາທ່ານທູດນິວເຄຼຍແຖວໜ້າຂອງ ສ.ເກົາຫຼີ ແລະ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບ ເພື່ອແນໃສ່ປຶກສາຫາລືກ່ຽວກັບຂໍ້ຕົກລົງນິວເຄຼຍ ທີ່ພວມຢຸດສະຫງັກກັບ ສປປ.ເກົາຫຼີ,  ກໍ່ຄືຂໍ້ສະເໜີຂອງ ເຊີອູນ ກ່ຽວກັບເລື່ອງຍົກອອກຖະແຫຼງການຢຸດຕິສົງຄາມ ສປປ.ເກົາຫຼີ ຢ່າງເປັນທາງການ.

ຕາມກະຊວງການຕ່າງປະເທດ ສ.ເກົາຫຼີແລ້ວ, ທ່ານ Noh Kyu-duk ຜູ້ຕາງໜ້າພິເສດ ຮັບຜິດຊອບ ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ ແຫຼມເກົາຫຼີ ແລະ ຄູ່ຕຳແໜ່ງ ອາເມລິກາ Sung Kim ເຫັນດີເປັນເອກະພາບ ຕໍ່ຄວາມສຳຄັນຂອງ ການແກ້ໄຂສະຖານະການຢູ່ແຫຼມເກົາຫຼີ ໃຫ້ມີຄວາມໝັ້ນຄົງ”. ຖະແຫຼງການຂອງ ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ສອງຝ່າຍໄດ້ດຳເນີນການປຶກສາຫາລື ທີ່ມີລັກສະນະສ້າງສັນ ກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ ໃນນັ້ນມີ ຖະແຫຼງການຢຸດຕິສົງຄາມ ກັບ ສປປ.ເກົາຫຼີ. ສອງຝ່າຍສືບຕໍ່ປຶກສາຫາລື ແລະ ຮ່ວມມື ຢ່າງແໜ້ນແຟ້ນເພື່ອເຊື່ອມຕໍ່ວິວັດການເຈລະຈາກ່ຽວກັບສັນຕິພາບຢູ່ ແຫຼມເກົາຫຼີຄືນໃໝ່ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ