ສ.ເກົາຫຼີຈັດສົ່ງຄະນະສະນັກແດງສິລະປະລວມມີສະມາຊິກ 160 ຄົນໄປພຽງຢາງ

(VOVWORLD) -ພາຍຫຼັງກອງປະຊຸມຂັ້ນນັກວິຊາການລະຫວ່າງ 2 ພາກເກົາຫຼີ ຢູ່ບ້ານຢຸດຮົບ Panmunjom ໃນວັນທີ 20 ມີນາ, ສ.ເກົາຫຼີ ໄດ້ເຫັນດີຈັດສົ່ງຄະນະນັກສະແດງສິລະປະລວມມີສະມາຊິກ 160 ຄົນ ໄປເຖິງພຽງຢາງ

ສ.ເກົາຫຼີຈັດສົ່ງຄະນະສະນັກແດງສິລະປະລວມມີສະມາຊິກ 160 ຄົນໄປພຽງຢາງ - ảnh 1ສ.ເກົາຫຼີຈັດສົ່ງຄະນະສະນັກແດງສິລະປະລວມມີສະມາຊິກ 160 ຄົນໄປພຽງຢາງ

(ພາບປະກອບ: Yonhap/TTXVN)

ເພື່ອສະແດງ ກ່ອນທີ່ດຳເນີນກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນເມສາ ຈະມາເຖິງ.

        ຕາມຖະແຫຼງການຮ່ວມ, ຄະນະສະແດງສິລະປະສ.ເກົາຫຼີ ຈະຢູ່ພຽງຢາງ ແຕ່ວັນທີ 31 ມີນາ ຫາວັນທີ 03 ເມສາ ເພື່ອສະແດງສິລະປະເປັນ 2 ຄັ້ງ.

        ກ່ອນໜ້ານັ້ນ, ມີກຸ່ມນັກກວດກາຈະໄປສປປ.ເກົາຫຼີ ໃນລະຫວ່າງວັນທີ 22 – 24 ມີນາ ເພື່ອກວດກາບັນດາສະຖານທີ່ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ