ສ.ເກົາຫຼີຊ້ອນຮົບທະຫານປືນໃຫຍ່ຢູ່ເຂດຊາຍແດນທະເລຕິດກັບສປປ.ເກົາຫຼີ

ສ.ເກົາຫຼີຊ້ອນຮົບທະຫານປືນໃຫຍ່ຢູ່ເຂດຊາຍແດນທະເລຕິດກັບສປປ.ເກົາຫຼີ - ảnh 1
ປືນ​ໃຫຍ່​ເຄື່ອນ​ເອງ K9 (ພາບ: Militari-Today/TTXVN)

(vovworld) -     ວັນ​ທີ 12/05, ກອງທັບ ສ.​ເກົາຫຼີ ດຳ​ເນີນ​ການ​ຊ້ອນ​ຮົບ​ທະຫານ​ປືນ​ໃຫຍ່​ຢູ່​ເຂດ​ນ່ານທະ​ເລ​ຕິດ​ກັບ ສປປ.​ເກົາຫຼີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປືນ​ໃຫຍ່​ເຄື່ອນ​ເອງ (K9) ຫລາຍກະບອກ. ​ເຈົ້າ​ໜ້າ​ທີ່​ກອງທັບ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ກຳລັງທະຫານ​ເຮືອ​ສູ້​ຮົບ​ທາງບົກໄດ້​ປະຕິບັດ​ການ​ຊ້ອນ​ຮົບ​ດັ່ງກ່າວ​ໃນ​ເລ​ວາ​ປະມານ 1 ຊົ່ວ​ໂມງ, ​ເລີ່​ມ​ແຕ່ 16 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ), ຢູ່​ບັນດາ​ເກາະ Baengnyeong ​ແລະ Yeonpyeong. ບັນດາ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ຊ້ອນ​ຮົບ​ໄດ້​ຍິງ​ລູກປືນ​ໃຫຍ່ K9 ປະມານ 400 ລູກ ​ແລະ ລະບົບ​ລູກ​ຈະ​ຫລວດ Kooryong ​ໄປ​ທາງ​ໃຕ້​ຕາມ​ເສັ້ນ​ຊາຍ​ແດນທະ​ເລ.

        ຕາມ​ຝ່າຍ​ກອງທັບ ສ.​ເກົາຫຼີ ​ແລ້ວ, ການ​ຊ້ອນ​ຮົບ​ຄັ້ງ​ໃໝ່​ນີ້ ​ມີ​ລັກສະນະ​ປ້ອງ​ກັນ ​ແລະ ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ຊ້ອນ​ຮົບ​ເປັນ​ປະຈຳ. ​ໃນ​ການ​ຊ້ອນ​ຮົບ, ກຳລັງ​ທະຫານ​ເຮື​າ ​ໄດ້​ກວດກາ​ສະພາບ​ການ​ກຽມ​ພ້ອມ​ສູ້​ຮົບ​ໃນ​ກໍລະນີ​ບັນດາ​ເກາະ​ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຖື​ກບຸກ​ໂຈ​ຕີ.


ຂ່າວ/ບົດ​ອື່ນ