ສເກົາຫລີກະກຽມການພົບປະຄັ້ງສຸດຍອດລະຫວ່າງສເກົາຫລີ ແລະສປປເກົາຫລີ

(VOVWORLD) -ຕອນເຊົ້າວັນທີ 16 ກັນຍາ, ຄະນະສະເພາະກິດ ສເກົາຫລີ ໄດ້ເດີນທາງເຖິງ ພຽງຢາງ ເພື່ອກະກຽມວຽກງານພະລາທິການໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີຊື່ງຈະຈັດຕັ້ງໃນໄລຍະຈະມາເຖິງ.

ສເກົາຫລີກະກຽມການພົບປະຄັ້ງສຸດຍອດລະຫວ່າງສເກົາຫລີ ແລະສປປເກົາຫລີ - ảnh 1 ການນຳ ສ ເກົາຫລີ Moon Jae-in ແລະ ການນຳ ສປປ ເກົາຫລີ  Kim Jong un

ພາບ: ວາລະສານ Getty

ຕາມແຜນການ, ບັນດາເຫດການສຸດຍອດໃຫຍ່ ໃນນັ້ນ ມີການພົບປະຄັ້ງທຳອິດລະຫວ່າງການນຳ ສເກົາຫລີ ແລະ ສປປ ເກົາຫລີ ຈະໄດ້ອອກອາກາດສົດ.

ຄະນະຜູ້ແທນ ສເກົາຫລີ ຢ້ຽມຢາມ ສປປ ເກົາຫລີ ຄາດວ່າ ລວມມີປະມານ 200 ຄົນ. ປະທານາທິບໍດີ ສເກົາຫລີ ຈະຢ້ຽມຢາມ ພຽງຢາງ ແຕ່ວັນທີ 18 -20 ກັນຍາ, ການພົບປະສຸດຍອດຄັ້ງທີ 3 ກັບ ການນຳ ສປປ ເກົາຫລີ Kim Jong un  ຈະປຶກສາຫາລືກ່ຽວກັບເລື່ອງປອດນິວເຄຼຍ ໃນແຫລມເກົາຫລີ ກໍ່ຄື ມາດຕະການປັບປຸງການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ