ສ.ເກົາຫຼີ-ອາເມລິກາໃຫ້ຄຳໝັ້ນສັນຍາເພີ່ມທະວີກຳລັງນາບຂູ່ຮັບມືກັບສປປ.ເກົາຫຼີ

ສ.ເກົາຫຼີ-ອາເມລິກາໃຫ້ຄຳໝັ້ນສັນຍາເພີ່ມທະວີກຳລັງນາບຂູ່ຮັບມືກັບສປປ.ເກົາຫຼີ - ảnh 1
ເຕົາ​ປະ​ຕິກອ​ນ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ
(ພາບ: 38 North)

(vovworld) – ສ. ເກົາຫຼີ ແລະ ອາ​ເມ​ລິ​ກາ ໄດ້​ຢັ້ງ​ຢື​ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ 2 ປະ​ເທດ​ນີ້​ຄືນ​ໃຫມ່​ໃນ​ການ​ສ້າງ​ລະ​ບົບ​ປ້ອງ​ກັນ​ຕົວ​ລວມ​ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ​ຕໍ່​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ຂອງ ສ​ປ​ປ.ເກົາຫຼີ ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເມື່ອ​ວັນ​ທີ 1/2 ກັບ​ຄູ່​ຕຳ​ແໜ່ງ ອາເມລິກາ Joseph Dunford, ປະ​ທານ​ສະ​ພາ​ເສ​ນາ​ທິ​ການ​ທະ​ຫານ​ປະ​ສົມ (JCS) ສ. ເກົາຫຼີ Lee Sun – jin ເນັ້​ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ບັນ​ລຸ​ໄດ້​ບັ​ນ​ດາ​ຈ​ຸດ​ໝາຍ​ທີ່​ໄດ​້​ວາງ​ອອກ​ທີ່​ການ​ເຈ​ລະ​ຈາ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ລະ​ຫວ່າງ 2 ປະ​ເທດ​ຈັດ​ຕັ້ງ​ໃນ​ເດືອນ 12/2016 ຢ​ູ່ ວໍ​ຊິງ​ຕັນ (ປະ​ເທດ ອາ​ເມ​ລິ​ກາ). 2 ຝ່າຍກໍ່​ຍອມ​ຮັບ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ບັນ​ດາ​ອາ​ວຸດ​ຍຸດ​ທະ​ສາດ ເຖິງ ສ.ເກົາຫຼ​ີ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ໄພ​ນາບ​ຂູ່​ທີ່​ເລີ່ມ​ມາ​ຈາກ ສ​ປ​ປ. ກົາຫຼີ ໃຫ້​ດີ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ